ປິດກອງ​ປະ​ຊຸມ​ອົງ​ການຕຳ​ຫຼວດ​ອາ​ຍາ​ສາ​ກົນ​ຄັ້ງ​ທີ 86
2017-09-30 14:51:20  cri 
ພາຍ​ຫຼັງ​ສຳ​ເລັດ​ວາ​ລະ​ຕ່າງໆ​ໃນກອງ​​ຄົບ​ຄະ​ນະ​ອົງ​ການ​ຕຳ​ຫຼວດ​ອາ​ຍາ​ສາ​ກົນ​ຄັ້ງ​ທີ 86 , ກອງ​ປະ​ຊຸມ​ດັ່ງ​ກ່າວ​ກໍ​ໄດ້​ປິດ​ລົງ​ຢ່າງ​ຈົບ​ງາມ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ​ໃນ​ຕອນ​ເຊົ້າ​ວັນ​ທີ 29 ກັນ​ຍາ​ນີ້.

ກອງ​ປະ​ຊຸມ​ໄດ້​ຮັບ​ຮອງ​ເອົາ​ເອ​ກະ​ສານ​​ສັນ​ຍາ​ວ່າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ໂລກ​ຂອງ​ອົງ​ການ​ຕຳ​ຫຼວດ​ອາ​ຍາ​ສາ​ກົນ, ທັງໄດ້​ດັດ​ແກ້​​ກົດ​ລະ​ບຽບ​ແລະ​ໄດ້​ກຳ​ນົດ​ອາ​ຍຸ​ຕຳ​ແໜ່ງ​ຂອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ດັ່ງ​ກ່າວ, ຂະ​ນະ​ດຽວ​ກັນໄດ້​ເລືອກ​ຕັ້ງ​ຄະ​ນະ​ກຳ​ມະ​ການ​​ບໍ​ລິ​ຫານ​ງານຊຸດ​ໃໝ່, ຮັບ​ຮອງ​ມາດ​ຕະ​ຖານ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ຕະ​ຫຼວດ​ອາ​ຍາ​ສາ​ກົນ, ຮັບ​ຮອງ​ເອົາ​ປາ​ແລັ​ສ​ຕິນ​ແລະ​ໝູ່​ເກາະໂຊ​ໂລ​ມອນ​ເຂົ້າ​ເປັນ​ສະ​ມາ​ຊິກ​ໃໝ່. ກອງ​ປະ​ຊຸມ​ຍັງ​ໄດ້​ຜ່ານບົດ​ລາຍ​ງານ​ຄວາມ​ເປັນ​ໄປ​ໄດ້​ທີ່​ສ້າ​ງ​ຕັ້ງ​ສູນ​ຄົ້ນ​ຄວ້າ​ຍຸດ​ທະ​ສາດ​ອົງ​ການ​ຕຳ​ຫຼວດ​ອາ​ຍາ​ສາ​ກົນ​ແລະ​ມະ​ຕິ​ ​ຕັ້ງ​ກອງ​ທຶນ​ຊ່ອຍ​ເຫຼືອ​ຄອບ​ຄົວ​​ຕຳ​ຫຼວດ​ທີ່​ເສຍ​ຊີ​ວິດ, ປຶກ​ສາ​ຫາ​ລື​ແລະ​ດັດ​ແກ້​​ລະ​ບຽບ​ການ​ສຳ​ຄັນ​ຈຳ​ນວນ​ໜຶ່ງ​ຂອງ​ອົງ​ການ​ດັ່ງ​ກ່າວ.

ທ່ານ​ເມີ້ງ​ຫົງ​ເຫວີຍ ປະ​ທານ​ອົງ​ກາ​ນ​ຕຳ​ຫຼວດ​ອາ​ຍາ​ສາ​ກົນ, ຮອງ​ລັດ​ຖະ​ມົນ​​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຈີນ​ໄດ້​ເປັນ​ປະ​ທານ​ພິ​ທີ​ຜົນ​ສຳ​ເລັດ​ກອງ​ປະ​ຊຸມ​ດັ່ງ​ກ່າວ.
ຂ່າວ​ແຈ້ງວ່າ, ກອງ​ປະ​ຊຸມ​ຄົບ​ຄະ​ນະຂອງ​ອົງ​ການ​ຕຳ​ຫຼວດ​ອາ​ຍາ​ສາ​ກົນ​ຄັ້ງ​ທີ 87 ຈະ​ຈັດ​ຂຶ້ນ​ຢູ່​ດູ​​ໄບ​ປະ​ເທດສະຫະລັດ​ອາຣັບ​ເອ​ມີ​ເຣດ​ໃນ​ປີ 2018.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ