ອາ​ເມ​ລິ​ກາ​ຫຼຸດ​​ເຈົ້າ​ໜ້າ​ທີ່ສະຖານທູດ​ປະຈຳ​ຢູ່​ກູ​ບາ
2017-09-30 15:17:04  cri 

ທ່ານ​ເຣັກ ຕິນ​ເລີ​ຊັນ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ໃນ​ວັນ​ທີ 29 ກັນຍາ​ນີ້​ວ່າ: ​ເນື່ອງ​ຈາກ​ສະຖານທູດ​ອາ​ເມ​ລິ​ກາ​ປະຈຳ​ຢູ່​ກູ​ບາມີ​ເຈົ້າ​ໜ້າ​ທີ່ 21 ຄົນສຸຂະພາບ​ບໍ່​ແຂງ​ແຮງ​ ຈຶ່ງຕົກລົງ​ສົ່ງ​​ເຈົ້າ​ໜ້າ​ທີ່​ການ​ທູດ​ທີ່​ຕຳ​ແໜ່​ງວຽກ​ງານບໍ່​ສຳຄັນ ພ້ອມຄອບຄົວ​​ກັບ​ຄືນປະ​ເທດ, ​ແຕ່ກໍ​ຍັງ​ຮັກສາ​ສາຍ​ພົວພັນ​ທາງ​ການ​ທູດ​ກັບ​ກູ​ບາຕາມ​ປົກກະຕິ.

​ເຈົ້າ​ໜ້າທີ່​​ລັດຖະບານ​ອາ​ເມ​ລິ​ກາ​ກ່າວ​ຕໍ່​ສື່​ມວນ​ຊົນ​ວ່າ: ​ເນື່ອງ​ຈາກ​ມີ​ເຈົ້າ​ໜ້າ​ທີ່​​ໃນ​ສະຖານທູດຫຼາຍ​ກວ່າ​ເຄິ່ງ​​ຈະ​ກັບ​ຄືນ​ປະ​ເທດ ​ຈຶ່ງເຮັດ​ໃຫ້​ສະຖານທູດຢຸດການ​ອອກວີຊາ​ໄປ​ອາ​ເມ​ລິ​ກາ, ​ແຕ່​ຈະ​ບໍລິການ​ວຽກ​ທີ່​ຈຳ​ເປັນ​ເລັ່ງດ່ວນ​ໃຫ້​ແກ່​ພົນລະ​ເມືອງ​ອາ​ເມ​ລິ​ກາ​​ຢູ່​ກູ​ບາ​ເທົ່າ​ນັ້ນ. ນອກ​ນີ້​ອາ​ເມ​ລິ​ກາ​ຈະ​ຢຸດ​ສົ່ງ​ຄະນະ​ຜູ້​ແທນ​ຂອງ​ຕົນ​ເດີນທາງ​ໄປ​ພົບ​ປະ​ສອງ​ຝ່າຍກັບ​ກູ​ບາ, ​ແຕ່​ອາດ​ຈະ​ສືບ​ຕໍ່​ຈັດກາ​ນພົບ​ປະ​ຢູ່​ອາ​ເມ​ລິ​ກາ.

ທ່ານ​ກ່າວ​ຕື່ມ​ວ່າ: ປັດຈຸ​ບັນ, ອາ​ເມ​ລິ​ກາ​ຍັງ​ບໍ່​ທັນ​ຮຽກຮ້ອງ​ໃຫ້​ກູ​ບາຫຼຸດ​​ເຈົ້າ​ໜ້າ​ທີ່ສະຖານ​ທູດປະຈຳ​ຢູ່​ອາ​ເມ​ລິ​ກາລົງ​ແຕ່​ຢ່າງ​ໃດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ