ສື່​ມວນ​ຊົນ​ອິນ​ໂດ​ເນ​ເຊຍ​ຊົມ​ເຊີຍ​ໝີ​ແພນ​ດາຈີນ​​ເຂົ້າ​ມາ​ອິນ​ໂດ​ເນ​ເຊຍ
2017-09-30 15:18:55  cri 
ໝີ​ແພນ​ດາ​ຈີນ 2 ​ໂຕທີ່​​ເປັນ​ຄວາມ​​ຫວັງ​ຈາກ​ວົງ​ການ​ຕ່າງໆ​ຂອງ​ອິນ​ໂດ​ເນ​ເຊຍ ​ໄດ້​​ເດີນທາງ​ເຖິງ​ນະຄອນຫຼວງຈາກາ​ຕາ​​ແລ້ວໃນ​ວັນ​ທີ 28 ກັນຍາ​ນີ້ ​ແລະ​ເປັນ​ການ​ເລີ່​ມຕົ້ນ​ດຳລົງຊີວິດ​ຢູ່​ອິນ​ໂດ​ເນ​ເຊຍ​ທັງຈະ​ຢູ່​ດົນ​ເຖິງ 10 ປີ. ສື່​ມວນ​ຊົນ​ອິນ​ໂດ​ເນ​ເຊຍດ່າ​ງກໍ​ລາຍ​ງານ​ຂ່າວວ່າ: ນີ້​​ແມ່ນ​ຂີດ​ໝາຍ​ທີ່​ສະ​ແດງ​ໃຫ້​ເຫັນ​ສາຍ​ພົວພັນ​ມິດຕະພາບ​ທີ່​ດີ​ລະຫວ່າງ​ຈີນ-ອິນ​ໂດ​ເນ​ເຊຍ ​ແລະ​ຈະ​ຊຸກຍູ້ສົ່ງ​ເສີມ​ຄວາມ​ຮັກ​ແພງ​ຂອງ​ປະຊາຊົນ​ສອງ​ຊາດ.

ສະຖານີ​ໂທລະພາບ​​ເມ​ໂຕຣ ທີ່​ມີ​ຊື່​ສຽງ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້ຖ່າຍ​ທອດ​ສົດ​ທຸກຂະ​ບວນຫຼັງ​ໝີ​ແພນ​ດາຢ່ວງ​ບາກຕີນ​ເຂົ້າ​ອິນ​ໂດ​ເນ​ເຊຍ​ໃນ​ວັນ​ທີ 28 ກັນຍາ​ນີ້ ທັງ​ບັນ​ລະ​ຍາ​ຍວ່າ ການ​ທີ່​ຈີນໃຫ້​ອິນ​ໂດຍ​ເນ​​ເຊຍ​​ຢືມ​ໝີ​ແພນ​ດາ 2 ​ໂຕ​ນີ້ໄດ້​ສະ​ແດງ​ໃຫ້​ເຫັນ​​ເຖິງ​ສາຍ​ພົວພັນ​ມິດ​ຕະພາບ​ທີ່​ດີ​ລະຫວ່າງ​ສອງ​ປະ​ເທດ ທັງ​ຈະ​ເປັນ​ການເພີ່ມ​ທະວີການ​ຮ່ວມ​ມືຂອງ​ສອງ​ຊາດຕື່ມ​ອີກ.

ຂະນະ​ທີ່ໜັງສື​ພິມພາສາ​ຈີນທີ່​ມີ​ຊື່​ສຽງ​ທີ່​ສຸດ​ຂອງ​ອິນ​ໂດ​ເນ​​ເຊ​ຍ "ສາກົນ​ລາຍ​ວັນ​" ​ໄດ້​ລາຍ​ງານ​ຂ່າວໝີ​ແພນ​ດາ​ເຂົ້າມາ​ອິນ​ໂດ​ເນ​ເຊຍ​ໃນ​ໜ້າ​ສະ​ເພາະ ​ເຊິ່ງ​​ຊີ້​​ໃຫ້​ເຫັນ​ວ່າ ອິນ​ໂດ​ເນ​ເຊຍ​ໄດ້​ຮັບກຽດສູງ​ສົ່ງ​ທີ່ສາມາດ​ຢືມ​ໝີ​ແພນ​ດາ​ຈາກ​ຈີນ, "​ໄສ​​ເທົາ" ກັບ "ຮູ​ຊົ່ນ"ຈະ​​ເປັນ​ສັນຍະ​ລັກ​ໃນ​ການເພີ່ມ​ທະວີ​ສາ​ຍພົວພັນ​ມິດຕະພາ​ບລະຫວ່າງ​ອິນ​​ໂດ​ເນ​ເຊຍ​ກັບ​ຈີນ ​ແລະ​ຊຸກຍູ​ເສົ່ງ​ເສີມ​ຄວາມຣັກ​ແພງ​ສາມັກຄີ​ຂອງ​ປະຊາຊົນ​ສອງ​ຊາດຂຶ້ນ​ເລື້ອຍໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ