ສາຍ​ພົວ​ພັນ​ຟິ​ລິບ​ປິນ-ຈີນ​ນັບ​ມື້​ໃກ້​ຊິດ​ຫຼັງ​ຈີນ​ສະ​ເໜີ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"
2017-09-30 16:05:41  cri 
    ທ່ານ ຄາ​ລົ​ສ ໂດ​ມິນ​ໂກ​ສ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຟິ​ລິບ​ປິນ ກ່າວ​ຢູ່​ນະ​ຄອນ​ຊຽງ​ໄຮ​ໃນ​ວັນ​ທີ 29 ກັນ​ຍານີ້​ວ່າ, ນັບ​ແຕ່​ຈີນ​ສະ​ເໜີ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເປັນ​ຕົ້ນ​ມາ, ສາຍ​ພົວ​ພັນ​ສອງ​ປະ​ເທດ​​ນັບ​ມື້​ມີ​ຄວາມໃກ້​ຊິດ​ກັນຫຼາຍ​ຂຶ້ນ.

    ທ່ານ ຄາ​ລົ​ສ ໂດ​ມິນ​ໂກ​ສ ກ່າວ​ຕື່ມ​ວ່າ, ຫຼາຍ​ປີ​ຜ່ານ​ມາ, ສອງ​ປະ​ເທດ​ໄດ້​ພັດ​ທະ​ນາ​ກົນ​ໄກ​ສອງ​ຝ່າຍ​ຢ່າງຫຼວງຫຼາຍ ເຊິ່ງ​ໄດ້​ຊ່ວຍ​ສອງ​ປະ​ເທດ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ທີ່​ໝັ້ນ​ຄົງ​ແລະ​ໃກ້​ຊິດ​ສຳ​ເລັດຜົນ. ຂະ​ນະ​ດຽວ​ກັນ, ເສດ​ຖະ​ກິດ​ປະ​ເທດ​ຕົນ​​ກໍໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ກາ​ນ​ລົງ​ທຶນ​ຢ່າງຫຼວງຫຼາຍ​ຂອງວິ​ສາ​ຫະ​ກິດ​ຈີນ ພ້ອມ​ດ້ວຍ​ນັກ​ທ່ອງ​ທ່ຽວ​ຈີນ ແລະ​ຄາດ​ວ່າອີກ​ບໍ່​ເທົ່າ​ໃດ​ປີ, ຈີນ​ຈະ​ກາຍ​ເປັນ​ແຫຼ່ງ​ນັກ​ທ່ອງ​ທ່ຽວ​ຕົ້​ນ​ຕໍ​ຂອງ​ປະ​ເທດ​ຕົນ.

    ທ່ານ ຄາ​ລົ​ສ ໂດ​ມິນ​ໂກ​ສ ຍັງ​ກ່າວ​ວ່າ, ໃນ 10 ປີ​ຕໍ່​ໜ້າ, ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ການ​ຮ່ວມ​ມື​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ປະ​ເທດ​ ຈະ​ກາຍ​ເປັນ​ພະ​ລັງ​ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ພາກ​ພື້ນ.

    ທ່ານ ຄາ​ລົ​ສ ໂດ​ມິນ​ໂກ​ສ ໄດ້​ໃຫ້​ທັດ​ສະ​ນະ​ດັ່ງ​ກ່າວ​ໃນ​ໂອ​ກາດ​ແນະ​ນຳ​ສະ​ພາບ​ເສ​ຖະ​ກິດ​ທີ່​ຈັດ​ຂຶ້ນ​ໂດຍ​ທະ​ນາ​ຄານ​ຈີນ ເຊິ່ງ​ເປັນ​ກິດ​ຈະ​ກຳ​ຄັ້ງ​ທີ 3 ​ໃນ​ກິດ​ຈະ​ກຳ​ຕ່າງໆ​ຂອງ​ເຈົ້າ​ໜ້າ​ທີ່​ເສດ​ຖະ​ກິດ​ການ​ເງິນ​ຟິ​ລິບ​ປິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ