ທ່ານ​ສີ​ຈິ້ນ​ຜິງ​ແລະ​ຜູ້​ນຳ​ພັກ​ລັດ​​ທ່ານ​ອື່ນໆເຂົ້າ​ຮ່ວມງ​ານ​ລ້ຽງ​ສະ​ຫຼອງວັນ​ຊາດ​ຈີນ
2017-10-01 10:19:53  cri 

ຕອນ​ຄ່ຳ​ວັນ​ທີ 30 ກັນ​ຍານີ້ ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ງານ​ລ້ຽງ ​ຢູ່​​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ວັນສ້າງ​ຕັ້ງ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ຄົບ​ຮອບ 68 ປີ ໂດຍທ່ານ​ສີ​ຈິິ້ນ​ຜິງ ທ່ານ​ຫຼີ​ເຄີ້​ສຽງ ທ່ານ​ຈ່າງ​ເຕີ​ຈ່ຽງ ທ່ານ​ຢີ​ເຈິ້ງ​ເຊິ່ງ ທ່ານ​ຫຼິວ​ຢຸນ​ຊານ ທ່ານ​ວາງ​ຊີ​ສ່ານ​ແລະ​ທ່ານ​ຈ່າງ​ກ່າວ​ລີ້ ພ້ອມ​ກັບ​ບຸກ​ຄົນ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ລວມ 1200 ກວ່າ​ທ່ານ​​ເຂົ້າ​ຮ່ວມ ເພື່ອ​ສະ​ຫຼອງວັນ​ບຸນ​ສຳ​ຄັນ​ແຫ່ງ​ຊາດ.

ທ່ານ​ຫຼີ​ເຄີ້​ສຽງ ນ​າ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ປະ​ກອບ​ຄຳ​ເຫັນ​ໂດຍ​ກ່າວ​ວ່າ, ຕະ​ຫຼອດ​ໄລ​ຍະ 68 ປີ​​ຜ່ານມາ ພາຍ​ໃຕ້​ການ​ນຳ​ພາ​ອັນ​ເຂັ້ມ​ແຂງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃນ​ທົ່ວ​ປະ​ເທດໄດ້​ສາ​ມັກ​ຄີແລະ​ບາກ​ບັ່ນ​ສູ້​ຊົນ, ອັນ​ໄດ້​ສ້າງ​ຜົນ​ງານ​ທີ່​ສະ​ຫງ່າ​ລາ​ສີ​ໃນ​ດ້ານ​ການ​ປະ​ຕິ​ວັດ ​ການ​ກໍ່ສ້າງ​ ແລະການ​ປະ​ຕິ​ຮູບ​ສັງ​ຄົມ​ນິ​ຍົມ.

ທ່ານ​ຫຼີ​ເຄີ້​ສຽງ​ຊີ້​ວ່າ, ປີນີ້ ພວກ​ເຮົາ​ຕ້ອງ​ຍຶດ​ໝັ້ນ​ຫຼັກ​ພື້ນ​ຖານ​ຂອງວຽກ​ງານ​ທີ່​​ກ້າວ​ໄປ​ໜ້າ​ຢ່າງ​ໜັກ​ແໜ້ນ, ຮັກ​ສາ​ໃຫ້​ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ປອດ​ໃສ. ຜັນ​ຂະ​ຫຍາຍ​ແນວ​ຄິດໃໝ່​ດ້ານ​ການ​ພັດ​ທະ​ນາ​, ຊຸກ​ຍູ້​ສັງ​ຄົມ​ກ້າວ​ໄປ​ໜ້າ. ຊຸກ​ຍູ້​ການ​ປົກ​ຄອງ​ປະ​ເທດ​ດ້ວຍ​ກົດ​ໝາຍ, ຊຸກ​ຍູ້​ຄວາມ​ຍຸດ​ຕິ​ທຳ​ແລະ​ຄວາມ​ເປັນ​ທຳ​ໃນ​ສັງ​ຄົມ. ໃຫ້​ວຽກ​ງານ​ທາງ​ສັງ​ຄົມ​ທຸກ​ປະ​ການ​ມີ​ການ​ພັດ​ທ​ະ​ນາ, ປະ​ດິດ​ສ້າງ ແລະ​ປັບ​ປຸງ​ການ​ປົກ​ຄອງ​ສັງ​ຄົມ​ໃຫ້​ສົມ​ບູນ​ຂຶ້ນ​ຕື່ມ. ຕ້ອງ​ສືບ​ຕໍ່​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ຜາ​ສຸກ​ເພີ່ມຂຶ້​ນ​.

ສຸດ​ທ້າຍ ທ່ານ​ຫຼີ​ເຄີ້​ສຽງກ່າວ​ຕື່ມວ່າ, ກອງ​ປະ​ຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້​ແມ່ນກອງ​ປະ​ຊຸມ​ທີ່​ສຳ​ຄັນ​ທີ່​ສຸດ​ຄັ້ງ​ໜຶ່ງ​ໃ​ນ​ໄລ​ຍະ​ສຳ​ຄັນ​ທີ່​ຈີນ​ພວມ​ສ້າງ​ເປັນ​ສັງ​ຄົມ​ທີ່​ອິ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ ແລະ​ການ​ພັດ​ທະ​ນາ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ. ພວກ​ເຮົາ​ຕ້ອງ​ສາ​ມັກ​ຄີ​​ເປັນ​ປຶກ​ແຜ່ນ​ແໜ້ນ​ໜາ​​ອ້ອມ​ຂ້າງ​ສູນ​ກາງ​ພັກ​ທີ່​ມີ​ສະ​ຫາຍ​ສີ​ຈິ້ນ​ຜິງ​ເປັນ​ໃຈ​ກາງ ເພື່ອ​ສ້າງ​ຄວາມ​ຮຸ່ງ​ເຮືອງ​ທີ່​ຍິ່ງໃຫຍ່ກວ່າ​ເກົ່າ​ໃນ​ຂະ​ບວນ​ການ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ 100 ປີ 2 ປະ​ການ ແລະ​ບັນ​ລຸ​ຄວາມໄຝ່​ຝັນ​ຂອງ​ຈີນ​ໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ