ຍອດ​ມູນ​ຄ່າ​ການ​ທ່ອງ​ທ່ຽວ​ປ່າຂອງ​ຈີນບັນ​ລຸ​ເກືອບ​ 1 ພັນ​ຕື້ຢວນ​ຕໍ່​ປີ
2017-10-01 10:37:20  cri 
ຕາມ​ຂ່າວ CRI: ວັນ​ທີ 1 ຕຸ​ລານີ້ ແຫຼ່ງ​ຂ່າວ​ຈາກກົມ​ປ່າ​ໄມ້​ແຫ່ງ​ຊາດ​ຈີນ​ໃຫ້​ຮູ້​ວ່າ, ປີ 2016 ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ທີ່​ໄປ​ທ່ຽວປ່າ​ທົ່ວ​ປະ​ເທດ​ຈີນ​ບັນ​ລຸ​ເຖິງ 1 ຕື້ 200 ລ້ານກວ່າ​ເທື່ອ​ຄົນ, ໄດ້​ສ້າງ​ມູນ​ຄ່າ​ລວມ​ທັງ​ສັງ​ຄົມ​ກາຍ 950 ຕື້ຢວນ, ການ​ທ່ອງ​ທ່ຽວ​ປ່າ​ໄດ້​ກາຍ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ຂະ​ແໜງ​ການ​ປ່າ​ໄມ້​ທີ່​ມີ​ມູນ​ຄ່າ​ການ​ຜະ​ລິດ​ຫຼາຍກວ່າ 1 ພັນ​ຕື້ຢວນຕໍ່​ປີ.

ການ​ທ່​ອງ​ທ່ຽວ​ປ່າ​ແມ່ນ​ຊື່​ເອີ້ນ​ລວມ​ຂອງ​ການ​ທ່ອງ​ທ່ຽວ ພັກ​ຜ່ອນ​ຢ່ອນ​ອາ​ລົມ ຮັກ​ສາ​ສຸກ​ຂະ​ພາບ​ແລະ​ການ​ສຶກ​ສາ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ຖື​ປ່າ​ໄມ້, ດິນ​ທາມ, ທະ​ເລ​ຊາຍ​, ສັດ​ແລະ​ພືດ​ປ່າ​ເປັນ​ພື້ນ​ຖານ.

ທ່ານ​ຈ່າງ​ຢົງ​ລີ້ ຮອງ​ຫົວ​ໜ້າ​ກົມ​ປ່າ​ໄມ້​ແຫ່ງ​ຊາດ​ຈີນ​ໃຫ້​ຮູ້​ວ່າ, ນັບ​ແຕ່​ການ​ປະ​ຕິ​ບັດ​ແຜນ​ການ 5 ປີ​ຄັ້ງ​ທີ 12 ເປັນ​ຕົ້ນ​ມາ, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ປ່າ​ໄມ້​ທົ່ວ​ປະ​ເທດ​ຈີນ​ໄດ້​ມີ​ຈັງ​ຫວັດ​ເຕີບ​ໂຕ 15% ຕໍ່​ປີ​, ປັດ​ຈຸ​ບັນ ບ່ອນ​ທ່ອງ​ທ່ຽວ​ປ່າ​ຊະ​ນິດ​ຕ່າງໆ​​ໃນທົ່ວ​ປະ​ເທດ​ມີ​ຫຼາຍກວ່າ 9 ພັນ​ແຫ່ງ​ແລ້ວ.

ທ່ານ​ຈ່າງ​ຢົງ​ລີ້​ກ່າວ​​ຕື່ມວ່າ, ​ໃນ​ກ້າວ​ຕໍ່​ໄປ​ຈະ​ພະ​ຍາຍ​າມ​ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ປ່າ​ຈາກ​ການ​ທ່ຽວ​ຊົມ​ທຳ​ມະ​ຊາດ​ເປັນ​​ຕົ້ນ​ຕໍ​ນັ້ນ​ຫັນ​ມາ​ເນັ້ນ​ຫຼາຍ​ພາກ​ສ່ວນ​ພັດ​ທະ​ນາ​ພ້ອມ​ກັນ, ໃຫ້​ການພັດ​ທະ​ນາ​ໃນ​ບາງ​ພາກ​ສ່ວນ​ກາຍ​ມາ​ເປັນ​ການ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ