ທ່ານ​ຫຼີ​ເຄີ້​ສຽງ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ຜູ້​ຊ່ຽວ​ຊານ​ຕ່າງ​ປະ​ເທດ​ທີ່​ໄດ້​ຮັບ​ລາງວັນ "ມິດ​ຕະ​ພາບ" ຈາກ​ລັດ​ຖະ​ບານ​ຈີນ
2017-10-01 15:30:22  cri 

ຕາມ​ຂ່າວCRI: ຕອນ​ບ່າຍ​ວັນ​ທີ 30 ກັນ​ຍາ​ນີ້, ທ່ານ​ຫຼີ​ເຄີ້​ສຽງ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ຜູ້​ຊ່ຽວ​ຊານ​​ຕ່າງປະ​ເທດ​ທີ່​ໄດ້​ຮັບ​ລາງວັນ "ມິດ​ຕະ​ພາບ" ​​ປີ 2017​ທີ່​ລັດ​ຖະ​ບານ​ຈີນມອບ​ໃຫ້​ພ້ອມ​ດ້ວຍ​ຄອບ​ຄົວ​ຂອງ​ເຂົາ​ຢູ່​​ຫໍ​ສະ​ພາ​​ປະ​ຊາ​ຊົນແຫ່ງ​ຊາດ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​.

ທ່ານ​ຫຼີ​ເຄີ້​ສຽງ​​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜູ້​ຊ່ຽວ​ຊານ​ຕ່າງ​ປະ​ເທດ​ທີ່​ໄດ້​ຮັບ​ລາງວັນດັ່ງ​ກ່າວ, ທັງ​ຢືນ​ຢັນ​ຢ່າງ​ເຕັມ​ທີ​ຕໍ່​ຄວາມ​ພະ​ຍາ​ຍາມ​ຂອງ​ຜູ້​ຊ່ຽວ​ຊານ​ເຫຼົ່າ​ນີ້ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ຈີນໂດຍ​ສະ​ເພາະ​​ເຂດພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກ, ແລະ​ຊຸກ​ຍູ້​ການ​ໄປ​ມາ​ຫາ​ສູ່​ກັນ​ຢ່າງ​ໄມ​ຕີ​ຈິດມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ກັບ​ຕ່າງ​ປະ​ເທດ.ທ່ານ​ຫຼີ​ເຄີ້​ສຽງ​ກ່າວ​ວ່າ, ພວກ​ເຮົາ​ຖື​ບັນ​ດາ​ທ່ານ​ເປັນ​ສະ​ມາ​ຊິກ​ຂອງ​ມະ​ຫາຄອບ​ຄົວ​​ຈີນ, ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ, ເຮັດ​ໃຫ້​ບັນ​ດາ​ທ່ານ​ເຮັດ​ວຽກແລະ​ດຳ​ລົງ​ຊີ​ວິດ​ຢູ່​ຈີນຢ່າງ​ສະ​ດວກສະ​ບາຍກວ່າ​ເກົ່າ​.

 ທ່ານ​ຫຼີ​ເຄີ້​ສຽງ​​ຊີ້​ວ່າ, ຈີນ​ໃນ​ຖາ​ນະ​ເປັນ​ປະ​ເທດ​​ກຳ​ລັງ​ພັດ​ທະ​ນາ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ, ພວມ​ຢູ່​ໃນ​ໄລ​ຍະ​ສຳ​ຄັນ​​ການ​ຫັນ​ປ່ຽນ​ຮູບ​ແບບ​ແລະ​ຍົກ​ລະ​ດັບເສດ​ຖະ​ກິດ​ກໍ​ຄືການ​ຫັນ​ປ່ຽນ​ຈາກ​ພະ​ລັງ​ງານ​ເດີນ​ເຄື່ອນ​ແບບ​ເກົ່າ​ເປັນ​ແບບ​ໃໝ່, ຂະ​ນະ​ທີ່ກຳ​ລັງ​ບົ່ມ​ຊ້ອນ​ແລະ​ທ່າ​ແຮງ​ໃຫຍ່​ທີ່​ສຸດກໍ​ແມ່ນ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ແລະ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ.ແນວ​ໃດ​ກໍ​ດີ, ພວກ​ເຮົາ​ຕ້ອງວາງ​ມາດ​ຕະ​ການ​ຕ່າງໆ​ເພື່ອ​ສ້າງ​ຄວາມ​ສະ​ດວກ​ໃຫ້ແກ່​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດຊາວ​ຕ່າງ​ປະ​ເທດ​ດ້ານ​ການ​ເຮັດ​ວຽກ, ຂໍ​ວິ​ຊາແລະອາ​ໄສ​ຢູ່​ຈີນ;ເຮັດ​​ວຽກ​​ການ​ຮັກ​ສາ​ຊັບ​ສິນ​​ທາງ​ປັນ​ຍາ​ໃຫ້​ດີກວ່າ​ເກົ່າ, ເຮັດ​ໃຫ້​ຜົນ​ສຳ​ເລັດ​ຈາກສະ​ຕິ​ປັນ​ຍາ​ມີມູນ​ຄ່າ​ຂອງ​ມັນ​ເອງ​ເທົ່າ​ທີ່​ຄວນ. ຍິນ​ດີ​ຕ້ອນ​ຮັບ​​ຜູ້​ຊ່ຽວ​ຊານ​ແລະ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດຊາວຕ່າງ​ປະ​ເທດ​ເສີມ​ຂະ​ຫຍາຍ​ບົດ​ບາດຂອງ​ຕົນ​ໃນ​ການ​ສ້າງ​ສາ​ການ​ຫັນ​ເປັນ​ທັນ​ສະ​ໄໝ​ຂອງ​ຈີນ, ສືບ​ຕໍ່​ຊຸກ​ຍູ້​ການ​ຍົກ​ລະ​ດັບ​ເຕັກ​ໂນ​ໂລ​ຊີ, ເປີດ​ກວ້າງ​ການ​ບໍ​ລິ​ໂພກ, ຊຸກ​ຍູ້​ການ​ຫັນ​ປ່ຽນ​ຮູບ​ແບບ​ແລະ​ຍົກ​ລະ​ດັບ​ເສດ​ຖະ​ກິດ​ຈີນແລະປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຟື້ນ​ຕົວ​ກໍ​ຄື​ການ​ເຕີບ​ໂຕ​ຂອງ​ເສ​ດ​ຖະ​ກິດ​ຂອງ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ