ນັກ​ທ່ອງ​ທ່ຽວ​ຈີນໄປ​ທ່ຽວ​ມາ​ເລ​ເຊຍ​ໃນ​ໄລ​ຍະ​ວັນ​ຊາດ​ຈີນ​ຈະ​ມີ​ເຖິງ 1 ແສນ​ເທື່ອ​ຄົນ
2017-10-02 14:59:11  cri 
ຫວ່າງ​ກ່ອນນີ້ບໍ່​ດົນ, ເຈົ້າ​ໜ້າ​ທີ່​ສະ​ມາ​ຄົມ​ການເຂົ້າ​ເມືອງ​ທ່ອງ​ທ່ຽວຂອງ​​ມາ​ເລ​ເຊຍ​ກ່າວ​ຢູ່​ກົວ​ລາ​ລຳ​ເປີ​ວ່າ: ຄາດ​ວ່າ​ ໃນ​ໄລ​ຍະ​ວັນ​ຊາດ​ຈີນ​ປີນີ້, ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ເຂົ້າ​ມາ​ທ່ຽວ​ປະ​ເທດ​ຕົນອາດຈະ​ມີ​ເຖິງ 1 ແສນ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 25% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ.

​ທັງ​ນີ້​ເຈົ້າ​ໜ້າ​ທີ່​ຜູ້ນີ້​ໄດ້ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ໜັງ​ສື​ພິມ"ຕົ່ງ​ຟ່າງຢື້​ປ້າວ"ເຊິ່ງ​ເປັນ​ໜັງ​ສື​ພິມ​ມາ​ເລ​ເຊຍ​ສະ​ບັບ​ພາ​ສາ​ຈີນໃນ​ວັນ​ທີ 1 ຕຸ​ລານີ້ວ່າ: ວັນ​ທີ 29 ແລະ 30 ກັນ​ຍາ​ແມ່ນ​ໄລ​ຍະ​ທີ່​ມີ​ນັກ​ທ່ອງ​ທ່ຽວ​ຈີນ​ເຂົ້າ​ມາ​ທ່ຽວມາເລ​ເຊຍ​ຫຼາຍ​ທີ່​ສຸດ. ຂະ​ນະ​ທີ່ປີນີ້, ຄະ​ນະນັກ​ທ່ອງ​ທ່ຽວ​ຈີນມີບໍ່​ຫຼາຍ, ແຕ່​ນັກ​ທ່ອງ​ທ່ຽວ​ທີ່​ໄປທ່ຽວ​ຕາມ​ອັດ​ທະ​ຍາ​ໄສໄດ້​ເພີ່ມ​ຂຶ້ນ 30%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ