ເບຼ​ຊິນ​ສະ​ຖິດຮູບ​ປັ້ນ​ຂົງ​ຈື​ຕັ້​ຢູ່​ເມືອງ​ຄູ​ລີ​ດີ​ບາ
2017-10-02 10:43:01  cri 


(ເບຼ​ຊິນ​ສະ​ຖິດຮູບ​ປັ້ນ​ຂົງ​ຈື​ຕັ້​ຢູ່​ເມືອງ​ຄູ​ລີ​ດີ​ບາ)






ຕາມ​ຂ່າວ CRI: ວັນ​ທີ 30 ກັນ​ຍາ ຕາມ​ເວ​ລາ​ທ້ອງ​ຖີ່ນ, ເມືອງ​ຄູ​ລີ​ດີ​ບາ ທາງ​ພາກ​ໃຕ້​ຂອງ​ເບຼ​ຊິນ​ໄດ້​ຈັດ​ພິ​ທີ​ຕັ້ງ​ຊື່​ໃຫ້​ສະ​ໜາມ​ຫຼວງ​ແຫ່ງ​ໜຶ່ງ​ເປັນ ສະ​ໜາມ​ຫຼວງ​ຈີນ ຮູບ​ປັ້ນ​ຂົງ​ຈື້ ທີ່​ເປັນ​ຜົນ​ງານ​ຂອງ​ທ່ານ​ອູ​ເວີຍ​ຊານ ຫົວ​ໜ້າ​ຫໍ​ວິ​ຈິດ​ຕະ​ກຳ​ຈີນກໍ່​ຈະ​ຖືກ​ສະ​ຖິດຢູ່​ສະ​ໜາມ​ຫຼວງ​ຈີນ ໂດຍເປັນ​ສັກ​ຂີ​ພິ​ຍານ​ແຫ່ງ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ-ເບຼ​ຊິນ.

ທ່ານ​ລີ​ຈິນ​ຈ່າງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ເບຼ​ຊິນ​ຊີ້​ ວ່າ, ສະ​ໜາມ​ຫຼວງ​ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມນິ​ຍົມວັດ​ທະ​ນະ​ທຳ​ຈີນ​ຂອງ​ປະ​ຊາ​ຊົນ​ເບຼ​ຊິນ, ແລະ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເປີດ​ເຜີຍ​ແລະ​ຄວາມ​ໂອບ​ອ້ອມ​ອາ​ລີ​ຂອງວັດ​ທະ​ນະ​ທຳ​ທີ່​ມີ​ຫຼາກ​ຫຼາຍ​ສີ​ສັນ​ຈຂອງ​ເບຼ​ຊິນ. ແນວ​ຄິດ ແລະ​ວັດ​ທະ​ນະ​ທຳ​ດັ້ງ​ເດີມ​ຂອງ​ຈີນ​ທີ່​ມີ​ຂົງ​ຈື​ເປັນ​ຕົວ​ແທນ​ນັ້ນ ກັບ​ແນວ​ຄິດ​ວັດ​ທະ​ນະ​ທຳ​ຂອງ​ເບຼ​ຊິນ​ມີ​ຄວາມ​ຄ້າຍ​ຄື​ກັນ​ຫຼາຍ. ເຊື່ອ​ວ່າ ສະ​ໜາມ​ຫຼວງ​ຈີນ​ຈະ​ກາຍ​ເປັນ​ພາບ​ສວຍ​ງາມ​ແຫ່ງ​ໜຶ່ງ​ໃນ​ວັດ​ທະ​ນະ​ທຳ​ຄູ​ລີ​ດີ​ບາ​ທີ່​ມີ​ຫຼາກ​ຫຼາຍ​ສີ​ສັນ, ແລະ​ກາຍ​ເປັນ​ສັນຍະ​ລັກ​ໃຫ້​ແກ່​ປະ​ຊາ​ຊົນ​ເບຼ​ຊິນ​ຊອກ​ຮູ້​ວັດ​ທະ​ນະ​ທຳ​ຈີນ.

ທ່ານ​ຊາ ເລ​ທາວ ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ​ເບຼ​ຊິນ​ເຫັນ​ວ່າ, ສິ​ລະ​ປະ​ສາ​ມາດ​ເຮັດ​ໃຫ້​ຄົນ​ກັບ​ຄົນ ແລະ​ປະ​ເທດ​ກັບ​ປະ​ເທດ​ມີ​ຄວາມ​ໃກ້​ຊິດ​ແໜ້ນ​ແຟ້ນ​ຂຶ້ນ​ຕື່ມ ຂະ​ນະ​ທີ່ສະ​ໜາມ​ຫຼວງ​ຈີນ​ກໍ່​ແມ່ນ​ຄວາມ​ກ້າວ​ໜ້າ​ທີ່​ສຳ​ຄັນ​ໃນ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຈີນ-ເບຼ​ຊິນ.


1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ