ພູ​ໄຟເກາະບາ​ລີອາດ​ຈະ​ລະ​ເບີດ
2017-10-02 14:17:42  cri 

ວັນ​ທີ 1 ຕຸ​ລາ​ນີ້, ຢູ່​ເມືອງ​ອາມ​ລາ​ພູ​ຣາ​​ເກາະ​ບາລີ​ປະ​ເທດອິນ​ໂດ​ເນ​ເຊຍ, ຊາວ​ທ້ອງ​ຖິ່ນ​ຜູ້​ໜຶ່ງ​ກຽມ​ໃສ່​ລ໋ອກ​ໜີ​ຈາກ​ບ້ານ. ຍ້ອນ​ເປັນ​ຫ່ວງວ່າ​ພູ​ໄຟ​ອາດ​ຈະ​ລະ​ເບີດ, ​ຊາວ​ເມືອງ​ອາມ​ລາ​ພູ​ຣາທີ່​ໃກ້​​ພູ​ໄຟ​ອາ​ກຸງ​​ເກາະ​ບາ​ລີ​ສ່ວນ​ຫຼາຍ​ໄດ້​ໜີ​ຈາກເມືອງໄປ​ແລ້ວ. ເຖິງ​ແມ່ນ​ວ່າ​ຍັງ​ມີຄົນ​ຈຳ​ນວນ​ໜ້ອຍ​ຍັງ​​ຢູ່ໃນ​ເມືອງ, ແຕ່​ວ່າ​ເມືອງ​ດັ່ງ​ກ່າວ​ກໍ​ເກືອບ​ກາຍ​ເປັນ​ເມືອງ​ເບົາ​ບໍ່​ມີ​ຄົນ​ອາ​ໄສ​ຢູ່​ເລີຍ. ວັນ​ທີ 22 ກັນ​ຍາ​ຜ່ານ​ມາ, ອົງ​ການ​ປ້ອງ​ກັນ​ໄພ​ພິ​ບັດ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ໄດ້​ຍົກ​ລະ​ດັບ​ການ​ແຈ້ງເຕືອນ​ໄພ​ຕໍ່​ພູ​ໄຟ​ອາ​ກຸງ​ຂຶ້ນເປັນ​ລະ​ດັບ​ສູງ​ສຸດແລ້ວ.


1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ