ຈີນ​ແລະ​ສະ​ຫະ​ພັນ​ເສດ​ຖະ​ກິດ​ເອີ​​ຣົບ​ອາ​ຊີ​ສຳ​ເລັດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຮ່ວມ​ມື​​ເສດ​ຖະ​ກິດ​ການ​ຄ້າ
2017-10-02 14:18:23  cri 

ຕາມ​ຂ່າວCRI:ວັນ​ທີ 1 ຕຸ​ລາ​ນີ້, ຈີນ​ແລະ​ສະ​ຫະ​ພັນ​ເສດ​ຖະ​ກິດ​ເອີຣົບອາ​ຊີ​ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ "ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສຳ​ເລັດ​ການ​ເຈ​ລະ​ຈາ​​ສັນ​ຍາ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ສະ​ຫະ​ພັນ​ເສດ​ຖະ​ກິດ​ເອີ​ຣົບ​ອາ​ຊີ​ຫຼື EAEU ຢ່າງ​ທາດ​ຈິງ", ນີ້​ແມ່ນ​ຈີນ​ແລະ EAEU ສາ​ມາດ​ບັນ​ລຸ​ການ​ວາງ​ລະ​ບຽບ​ການເສດ​ຖະ​ກິດ​ການ​ຄ້າ​ທີ່ສຳ​ຄັນ​ເປັນ​ຄັ້ງ​ທຳ​ອິດ.

ຈີນ​ແລະ EAEU ​ກໍ​ຄືມາ​ຊິກ​ຂອງ EAEU ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ​ເຊິ່ງ​ກັນ​ແລະ​ກັນ, ມີ​​ຄວາມຊ່ອຍ​ຊູ​ຍູ້​ໜູນ​ກັນ​ຫຼາຍ​ໃນດ້ານ​ເສດ​ຖະ​ກິດ​, ມີ​ກຳ​ລັງ​ບົ່ມ​ຊ້ອນທີ່​ມະ​ຫາ​ສານ​ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​, ການ​ບັນ​ລຸ​ສັນ​ຍາ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ຈີນ​ແລະ​ສະ​ມາ​ຊິກ​ຕ່າງໆ​ຂອງ EAEU ໂດຍຈະ​ຫຼຸດ​​ກຳ​ແພງ​ການ​ຄ້າ​​ບໍ່​ແມ່ນ​ດ່ານ​ພາ​ສີ​ໃຫ້​ໜ້ອຍ​ລົງ​ຕື່ມ​ອີກ, ເຮັດ​ໃຫ້ການ​ຄ້າ​ມີ​ຄວາມ​ສະ​ດວກ​ຍິ່ງ​ຂຶ້ນ, ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ດີ​ໃຫ້​ແກ່​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ, ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ແລະ​ຮ່ວມ​ມື​ລະ​ຫວ່າງ​ການ​​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"ແລະ​ການ​​ສ້າງ​ EAEU, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າລະ​ຫວ່າງຈີນ​ແລະ EAEU ກໍ​ຄື​ສະ​ມາ​ຊິກ​ຂອງ EAEU ພັດ​ທະ​ນາ​ເຂົ້າ​ສູ່​ລວງ​ເລິກ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ