ການແລກ​ປ່ຽນ​ດ້ານ​ການ​ສຶກ​ສາ​ລະ​ຫວ່າງ​ຈີນ​ກັບ​ຕ່າງ​ປະ​ເທດ​ເຂົ້າ​ສູ່​ໄລ​ຍະ​ໃໝ່
2017-10-03 11:45:57  cri 
ຫວ່າງ​ກ່ອນນີ້ບໍ່​ດົນ, ທ່ານ​ຫຼີ​ໄຫ ຮອງ​ຫົວ​ໜ້າ​ກົມ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ສາ​ກົນ​ກະ​ຊວງ​ສຶກ​ສາ​ທິ​ການ​ຈີນ​ກ່າວ​ວ່າ: ຜ່ານ​ການ​ທຳ​ຄວາມ​ພະ​ຍາ​ຍາມ​ເປັນ​ເວ​ລາ 5 ປີ, ຈີນ​ໄດ້ກໍ່ຕົວ​ເປັນ​ສະ​ຖາ​​ກະ​ການ​ເປີດ​ປະ​ຕູ​ການ​ສຶກ​ສາ​ຕໍ່​ຕ່າງ​ປະ​ເທດ​ຢ່າງ​ຮອບ​ດ້ານ ມີຫຼາຍ​ລະ​ດັບແລະກວ້າງ​ຂວາງ, ແລະ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ໃໝ່​ໃນ​ຫຼາຍ​ດ້ານ​ ເຊັ່ນ ກາ​ນ​ອົບ​ຮົມ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ລະ​ດັບ​ສູງ, ການ​ຊຸກ​ຍູ້​ການ​ແລກ​ປ່​ຽນ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຈີນ​ກັບ​ຕ່າງ​ປະ​ເທດ, ການ​ນຳ​ເຂົ້າ​ຊັບ​ພະ​ຍາ​ກອນ​ການ​ສຶກ​ສາ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ການ​ຮັບ​ໃຊ້​ການ​ສ້າງ"ໜຶ່ງແລວທາງໜຶ່ງເສັ້ນທາງ"​ແລະ​ອື່ນໆ.

ຂ່າວ​ລາຍ​ງານ​ວ່າ: ປັດ​ຈະ​ບັນ, ຈີນ​ໄດ້​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ດ້ານ​ການ​ສຶກ​ສາ​ກັບ 188 ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ. ປີ 2016, ຍອດ​ຈຳ​ນວນນັກ​ຮຽນ​ນັກ​ສຶກ​ສາຂອງ​ຈີນ​ທີ່​ໄປ​ຮຽນ​ຕໍ່​ຢູ່​ຕ່າງ​ປະ​ເທດມີ 5 ແສນ 4 ໝື່ນ 5 ພັນ​ຄົນ; ມີ​ນັກ​ຮຽນ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ 4 ແສນ 4 ໝື່ນ 3 ພັນ​ເທື່ອ​ຄົນ​ຈາກ 205 ປະ​ເທດ​ແລະ​ເຂດ​ແຄວ້ນ​ມາ​ຮຽນ​ຢູ່​ຈີນ. ມາ​ຮອດ​ເດືອນ​ມິ​ຖຸ​ນາ​ 2017, ຈີນ​ໄດ້​ສ້າງ​ສະ​ຖາ​ບັນ​ຂົງ​ຈື້ 512 ແຫ່ງ​ແລະ​ຫ້ອງ​ຮຽນ​ຂົງ​ຈື້​ຊັ້ນປະ​ຖົມ​ແລະ​ມັດ​ທະ​ຍົມ 1074 ແຫ່ງ​ຢູ່ 140 ປະ​ເທດ​ແລະ​ເຂດ​ແຄວ້ນ, ປັດ​ຈຸ​ບັນ​ມີ​ນັກ​ຮຽນ​ທັງ​ໝົດ 2 ລ້ານ 1 ແສນ​ຄົນ.

ທ່ານ​ຫຼີ​ໄຫ​ຍັງ​ກ່າວ​ຕື່ມ​ວ່າ: ໃນ​ຕໍ່​ໜ້າ, ຍັງ​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ພາ​ສາ, ເພື່ອ​ສ້າງ​ຂົວ​ຕໍ່​ລະ​ຫວ່າງ​ຈິດ​ໃຈ​ປະ​ຊາ​ຊົນ​ຂອງ​ບັນ​ດາ​ປະ​ເທດ​ທີ່​ຢູ່​ລຽບ​ຕາມ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ