ນັກ​ວິ​ທະ​ຍາ​ສາດ​ອາ​ເມ​ລິ​ກາ 3 ຄົນ​ໄດ້​ຮັບ​ລາງວັນ​ໂນ​ແບນ​ສາ​ຂາ​ສະ​ລີ​ລະ​ສາດ​ແລະ​ແພດ​ສາດ 2017
2017-10-03 10:52:22  cri 


(ນັກ​ວິ​ທະ​ຍາ​ສາດ​ອາ​ເມ​ລິ​ກາ 3 ຄົນ​ໄດ້​ຮັບ​ລາງວັນ​ໂນ​ແບນ​ສາ​ຂາ​ສະ​ລີ​ລະ​ສາດ​ແລະ​ແພດ​ສາດ 2017)


ວັນ​ທີ 2 ຕຸ​ລານີ້, ສະ​ຖ​າ​ບັນ​ແພດ​ສາດກຼາ​ໂລລິນ​ສ​ກາ​ຂອງ​ຊູ​ແອດໄດ້​ປະ​ກາດ​, ມອບ​ລາງວັນ​ໂນ​ແບນ​ສາ​ຂາ​ສະ​ລີ​ລະ​ສາດ​ແລະ​ແພດ​ສາດ​ປີ 2017 ໃຫ້​ແກ່​ນັກ​ວິ​ທະ​ຍາ​ສາດ​ອາ​ເມ​ລິ​ກາ​ສາມ​ທ່ານ​ຄື: ​ທ່ານ​ເຈ​ຝ​ຣີ ໂຮນ, ທ່ານ​ແມັກ​ໂຄວ ໂລ​ສ​ບັ​ສ ແລະ​ທ່ານ​ແມັກ​ໂຄວ ຢາງ ເພື່ອ​ເປັນ​ການ​ຊົມ​ເຊີຍ​ຕໍ່​ຜົນ​ງານ​ທີ່​ສາມ​ທ່ານ​ໄດ້​ຮັບ​ໃນການ​ຄົ້ນ​ຄວ້າ​ກົນ​ໄກໂມ​ເລ​ກຸນ​ໃນການ​ໝູນ​ເດີນໂມງ​ຊີ​ວະ​ພາບ.

ກຳ​ມະ​ການ​ປະ​ກວດ​ຊີ້​ວ່າ, ແຕ່​​ກ່ອນ ຄົນ​ທັງ​ຫຼາຍ​ຮູ້​ວ່າ, ຢູ່​ໃນ​ສັດ​ສາ​ວ​ນາ​ສິ່ງ​ຕ່າງໆ​ ລວມ​ທັງ​ຮ່າງ​ກາຍ​ຂອງ​ມະ​ນຸດ​ລ້ວນ​ແຕ່​ມີ​ໂມງ​ຊີ​ວະ​ພາບ​, ແຕ່​ພັດ​ບໍ່ ​ຮູ້​​ຫຼັກ​ມູນການ​ໝູນ​ເດີນ​ຂອງ​​ມັນ​ເປັນ​ຄື​ແນວ​ໃດ​. ນັກ​ວິ​ທະ​ຍາ​ສາດ​ສາມ​ທ່ານ​ດັ່ງ​ກ່າວ​ໄດ້​ເອົາ​ແມງ​ຫວີ່​ເປັນ​ເປົ້າ​ໝາຍ​ການ​ທົດ​ລອງ, ​ແລະ​ສາ​ມາດ​ແຍກ​ແຊັນ​ທີ່ຄວບ​ຄຸມ​ການ​ເຄື່ອນ​ໄຫວ​ລະ​ຫວ່າງ​ກາງ​ຄືນ​ແລະ​ກາງ​ເວັນ​ອອກ​ມາໄດ້, ທັງ​ເຜີຍ​ໃຫ້​ຮູ້​ກົນ​ໄກ​ເຮັດ​ວຽກ​ຂອງ​ທາດ​ໂປຼ​ຕິນ​ທີ່​ກ່ຽວ​ຂ້ອງ​ຈາກ​ດ້ານ​ໂມ​ເລ​ກຸນ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ