ວິ​ຊາ​ການ​ອາ​ເມ​ລິ​ກາ​ເຫັນ​ວ່າ ລະ​ດັບ​ການ​ນຳ​ໃຊ້​ເຕັກ​ນິກ​ການ​ທະ​ນາ​ຄານ​ຂອງ​ຈີນຢູ່​ໃນ​ລະ​ດັບ​ນຳ​ໜ້າ​ໂລກ
2017-10-03 11:06:00  cri 
ນັກວິ​ຊາ​ການ​ອາ​ເມ​ລິ​ກາ​ຫຼາຍ​ທ່ານwfh​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຈີນເມື່ອ​ບໍ່​ດົນ​ມານີ້​ວ່າ: ໂດຍ​ກ່າວ​ວ່າ, ຍ້ອນ​ເຕັກ​ນິກ​ການ​ທະ​ນາ​ຄານ​ຕ່າງໆ​ເຊັ່ນ​ການ​ຊຳ​ລະ​ເງິນ​ແບບດ້ວຍ​ເອ​ເລັກ​ໂຕຼນິກ​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງກວ້າງ​ຂວາງ, ເຮັດ​ໃຫ້ ​ການ​ນຳ​ໃຊ້​ເຕັກ​ນິກ​ການ​ທະ​ນາ​ຄານ​ຂອງ​ຈີນມີ​ລະ​ດັບ​ສູງກວ່າ​ປະ​ເທດ​ອື່ນ, ​ທັງ​ເປັນ​ເຕັກ​ນິກ​ທີ່​ຕາງ​ໜ້າ​ທິດ​ຂະ​ຫຍາຍ​ຕົວ​ຂອງ​ຂົງ​ເຂດນີ້.

ທ່ານ​ຈິມ ບ​ຣູ​ເອີນ ຜູ້​ລິ​ເລີ່ມ​ສ້າງກອງ​ປະ​ຊຸມ​ຟິ​ໂນ​ເວັດ (Finovate) ທີ່​ເປັນ​ກອງ​ປະ​ຊຸມ​ສະ​ແດງ​ການ​ປະ​ດິດ​ສ້າງ​ດ້ານ​ເຕັກ​ນິກ​ການ​ທະ​ນາ​ຄານກ່າວ​ວ່າ, ການ​ນຳ​ໃຊ້​ເຕັກ​ນິກ​ການ​ທະ​ນາ​ຄານ​ຂອງ​ຈີນ​ໄດ້​ກ້າວ​ໜ້າກວ່າ​ປະ​ເທດ​ອື່ນ​ຢ່າງ​ຫຼວງ​ຫຼາຍ​ແລ້ວ, ປັດ​ຈຸ​ບັນ ຈີນສາ​ມາດ​ສະ​ໜອງ​ການ​ບໍ​ລິ​ການ​ດ້ານ​ການ​ທະ​ນາ​ຄານ​ແບບ​ສະ​ມາດ​ທີ່​ກ້າວ​ໜ້າ​ແລະ ສະ​ດວກ​ກວ່າ​ໝູ່ ໂດຍ​ສະ​ເພາະ​ແມ່ນ​ການ​ຄ້າ​ຜ່ານ​ສື່​ສັງ​ຄົມ​ອ່ອນ​ລາຍ​ເຄື່ອນ​ທີ່, ເຮັດ​ໃຫ້​ຈີນ​ຢ່າງ​ໜ້ອຍ​ກ້າວ​ໜ້າກວ່າ​ອາ​ເມ​ລິ​ກາ 5-6 ປີ.

ບົດ​ລາຍ​ງານ​ຫຼ້າ​ສຸດຂອງ​ບໍ​ລິ​ສັດ ເອີນ​ສ​ເຕີ ເອັນ ຢົງ ທີ່​ເປັນ​ອົງ​ການ​ໃຫ້​ການ​ບໍ​ລິ​ການ​ດ້ານ​ຄຳ​ປຶກ​ສາ​ທີ່​ມີ​ຊື່​ສຽງ​ໃນ​ສາ​ກົນ​ໄດ້​ຊີ້​ໃຫ້​ເຫັນ​ວ່າ, ໃນ​ການ​ຈັດ​ອັນ​ດັບ​ 20 ຕະ​ຫຼາດ​ທີ່​ນຳ​ໃຊ້​ເຕັກ​ນິກ​ການ​ທະ​ນາ​ຄານ​ທີ່​ສຳ​ຄັນ, ຈີນຖືກ​ຈັດ​ຢູ່​ອັນ​ດັບ​ໜຶ່ງ​ດ້ວຍ​ອັດ​ຕາ​ນຳ​ໃຊ້​ເຖິງ 69% ໃນ​ປີ 2017.​
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ