ຟິ​ລິບ​ປິນ​ແລະ​ອາ​ເມ​ລິ​ກາ​ຈັດ​ການ​ຊ້ອມ​ຮົບ​ຮ່ວມ​ຄັ້ງ​ທີ 3 ພາຍ​ໃນ​ປີນີ້
2017-10-03 14:35:05  cri 
ວັນ​ທີ 2 ຕຸ​ລານີ້ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຟິ​ລິບ​ປິນ​ປະ​ກາດ​ວ່າ ແຕ່​ວັນ​ທີ 2-11 ເດືອນນີ້ ຈະ​​ຮ່ວມ​ກັບ​ອາ​ເມ​ລິ​ກາຈັດ​ການ​ຊ້ອມ​ຮົບ​ຮ່ວມ​ຄັ້ງ​ທີ 3 ພາຍ​ໃນ​ປີນີ້.

ເຈົ້າ​ໜ້າ​ທີ່​ທະ​ຫານ​ຟິ​ລິບ​ປິນ​ຖະ​ແຫຼງວ່າ, ຈຳ​ນວນ​ທະ​ຫານ​ອາ​ເມ​ລິ​ກາ​ທີ່​ເຂົ້າ​ຮ່ວມ​ຊ້ອມ​ຮົບ​ຄັ້ງ​ນີ້​ມີ​ປະ​ມານ 900 ຄົນ, ແຕ່​ບໍ່​ໄດ້​ເຜີຍ​ໃຫ້​ຮູ້​ຈຳ​ນ​ວນ​ທະ​ຫານ​ຟິ​ລິບ​ປິນ​ທີ່​ຈະ​ເຂົ້າ​ຮ່ວມ.

ອີງ​ຕາມ​ຄວາມ​ຮຽກ​ຮ້ອງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​​ໂຣ​ດີ​ຣ​ໂກ ດູ​ເຕີ​ເຕ ການ​ຊ້ອມ​ຮົບ​ຮ່ວມ​ປີນີ້ຈະ​ຫັນຈາກ​ການຊ້ອມ​ຣົບ​ປ້ອງ​ກັນ​ດິນ​ແດນໄປ​ສູ່​ການ​ຕ້ານ​ການກໍ່ການ​ຮ້າຍ, ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ແລະ​ການ​ກູ້​ໄພ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ