ຣັດ​ເຊຍຊີ້: ອາ​ເມ​ລິ​ກາ​ເຂົ້າ​ສູ່​ສິ່ງ​ກໍ່​ສ້າງ​ການ​ຕ່າງ​ປະ​ເທດ​ຂອງ​ຣັດ​ເຊຍ​ເປັນ​ການ​ລະ​ເມີດ​ກົດ​ໝາຍ​ສາ​ກົນ
2017-10-03 15:30:48  cri 
ວັນ​ທີ 2 ຕຸ​ລານີ້ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ໄດ້​ປະ​ທ້ວງ, ອາ​ເມ​ລິ​ກາ​ທີ່​ໄດ້​ບຸກ​ເຂົ້າ​ສິ່ງ​ກໍ່​ສ້າງ​ການ​ຕ່າງ​ປະ​ເທດ​ຫຼາຍ​ແຫ່ງ​ຂອງ​ຣັດ​ເຊຍ​ທີ່​ປະ​ຈຳ​​ອາ​ເມ​ລິ​ກາ ແລະ​ດຳ​ເນີນ​ການກວດ​ກາ​ຢ່າງ​ບັງ​ອາດ, ການ​ກະ​ທຳ​ແນວ​ນີ​ໄດ້ລະ​ເມີດ​ກົດ​ໝາຍ​ສາ​ກົນ​ຢ່າງ​ໜັກ​ໜ່ວງ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍຈຶ່ງ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ​ຕໍ່​ເລື່ອງ​ນີ້.

​ໃນ​ວັນ​ດັ່ງ​ກ່າວ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ໄດ້​ຖະ​ແຫຼງ​ໂດຍ​ຜ່ານ​ເວັບ​ໄຊ​ທາງ​ການ​ຂອງ​ຕົນ​ວ່າ, ວັນ​ທີ 2 ຕຸ​ລານີ້ ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ​ໄດ້​ຍຶດ​ເອົາ​ເຮືອນທັງ​ໝົດ​ຂອງ​ສະ​ຖານ​ກົງ​​ສຸນ​ໃຫຍ່​ຣັດ​ເຊຍປະ​ຈຳ​ແຊັນ​ຟ​ຣານຊີ​ສ​ໂກ ລວມ​ທັງ​ເຮືອນ​ຢູ່​ຂອງ​ພະ​ນັກ​ງານ. ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ​ຕໍ່​ເລື່ອງນີ້.

ວັນ​ທີ 31 ສິງ​ຫາຜ່ານ​ມາ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ແຈ້ງ​ວ່າ​ ໂດຍ​ເປັນ​ການ​ຕອບ​ໂຕ້​ຕໍ່​ຣັດ​ເຊຍ​ທີ່​ທວງ​ໃຫ້ອາ​ເມ​ລິ​ກາ​ຫຼຸດ​ຈຳ​ນວນ​ພະ​ນັກ​ງານ​ຂອງ​ອົງ​ການ​ການ​ຕ່າງ​ປະ​ເທດ​​ປະ​ຈຳ​​ຣັດ​ເຊຍ, ອາ​ເມ​ລິ​ກາກໍ​ທວງໃຫ້​ຣັດ​ເຊຍ​ຕ້ອງ​ປິດ​ສະ​ຖານ​ກົງ​ສຸນ​ໃຫຍ່​​ປະ​ຈຳ​​ແຊັນ​  ຝ​ຣານ​ຊິ​ສ​ໂກ​ແລະ​ອົງ​ການ​ການ​ຕ່າງ​ປະ​ເທດ​ອື່ນໆ​ປະ​ຈຳ​ວໍ​ຊິງ​ຕັນ​ແລະ​ນິວຢອກ. ອາ​ເມ​ລິ​ກາຊີ້​ວ່າ, ທັງ​ນີ້ຈະ​ໃຫ້​ທັງ​ສອງ​ຝ່າຍ​ອາ​ເມ​ລິ​ກາ​ແລະ​ຣັດ​ເຊຍ​ຕ່າງ​ຮັກ​ສາ​ສະ​ຖານ​ກົງ​ສຸນ 3 ແຫ່ງ​​ເທົ່າ​ທຽມ. ຫຼັງ​ຈາກ​ນັ້ນ ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ແຈ້ງວ່າ​ອະ​ນຸ​ມັດ​ໃຫ້​ເຈົ້າ​ໜ້າ​ທີ່​ການ​ທູດ​ຣັດ​ເຊຍ​ສາ​ມາດ​ຢູ່​ສະ​ຖານ​ກົງ​​ສຸນ​ໃຫຍ່​ທີ່​ແຊັນ​ຝ​ຣານ​ຊີ​ສ​ໂກ​ຈົນ​ຮອດ​ວັນ​ທີ 1 ຕຸ​ລານີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ