ແຫ່ງ​ຕ່າງໆ​ຂອງຈີນ​ພະ​ຍາ​ຍາມ​​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ການ​ທ່ອງ​ທ່ຽວ​ໃນ​ວັນ​ພັກສັບ​ປະ​ດາ​ຄຳ
2017-10-03 14:33:43  cri 

ຕາມ​ຂ່າວCRI: ສັບ​ປະ​ດາ​ຄຳຂອງ​ບຸນ​ວັນ​ຊາດປີ​ນີ້​ພໍ​ດີ​ພົບ​ກັບ​ບຸນ​ໄຫວ້​​ພະຈັນ​ອີກ, ຄາດ​ວ່າ​ການ​ເດີນ​ທາງ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ຈະ​​ບັນ​ລຸ​ປະ​ມານ 7 ຮ້ອຍ 1 ແສນ​ລ້ານ​ເທື່ອ​ຄົນ,ສົ່ງ​ຜົນ​ເຮັດ​ໃຫ້​ດ້ານ​ຄວາມ​ປອດ​ໄພ​ດ້ານ​ການ​ທ່ອງ​ທ່ຽວ​ປະ​ສົບ​ຄວາມ​ກົດ​ດັນເພີ່ມ​ຂຶ້ນ​. ແຫຼ່ງ​ຂ່າວ​ຈາກ​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ແລະ​ຂະ​ແໜງ​ການ​ອື່​ນ​ໆ​ໃຫ້​ຮູ້ໃນ​ວັນ​ທີ 2 ຕຸ​ລາ​ນີ້​ວ່າ, ພາກ​ສ່ວນ​ຕ່າງໆ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ຕ່າງ​ກໍ​ພະ​ຍາ​ຍາມ​ສຸດ​ຂີດ​ເພື່ອ​ເຮັດ​ວຽກ​ງານ​ຄວາມ​ປອດ​ໄພ​ດ້ານການ​ທ່ອງ​ທ່ຽວ​​ໃຫ້​ດີ, ຮັບ​ປະ​ກັນ​ໃຫ້​ນັກ​ທ່ອງ​ທ່ຽວ​ມີ​ຄວາມ​ສະ​ບາຍ​ໃຈ​ໃນ​ເວ​ລາ​ທ່ອງ​ທ່ຽວ. ພ້ອມ​ກັນ​ນັ້ນ, ອົງ​ການ​ທາງ​ລົດ​ໄຟ​ທ້ອງ​ຖິ່ນ​ຕ່າງໆ​ກໍ​ຈັດ​ເພີ່ມ​ກຳ​ລັງ​ຂົນ​ສົ່ງ​ເພື່ອ​ຕອບ​ສະ​ໜອງ​ຕາມຄວາມ​ຕ້ອງ​ການ​ຂອງ​ນັກ​ທ່ອງ​ທ່ຽວ.

ນອກ​ນີ້, ແຫຼ່ງ​ຂ່າວ​ຈາກ​ອົງ​ການ​ທາງລົດ​ໄຟ​ໃຫ້​ຮູ້​ຕື່ມວ່າ, ຄາດ​ຄະ​ເນ​ວ່າວັນ​ທີ 2 ຕຸ​ລາ​ນີ້, ລົດ​ໄຟ​ທົ່ວ​ປະ​ເທດ​ຈະ​ຂົນ​ສົ່ງ​ນັກ​ທ່ອງ​ທ່ຽວ 12 ລ້ານ​ເທື່ອ​ຄົນ, ຕື່ມ​ລົດ​ໄຟ​ໂດຍ​ສານ 590 ຂະ​ບວນ, ຂະ​ນະ​ທີ່​ວັນ​ທີ 1 ຕຸ​ລາ​ນີ້, ລົດ​ໄຟ​ທົ່ວ​ປະ​ເທດ​ໄດ້​ຂົນ​ສົ່ງ​​ຜູ້​ໂດຍ​ສານ 15 ລ້ານ 2 ໝື່ນ 5 ພັນ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 6 ແສນ 8 ພັນ​ເທື່ອຄົນ​ຫຼື 4,2% ເມື່ອ​​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ, ສ້າງ​ສະ​ຖິ​ຕິ​ສູງ​ສຸດ​​ໃນ​ປະ​ຫວັດ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ໃນ​ມື້​ດຽວ​ຂອງ​ລົດ​ໄຟ​ທົ່ວ​ປະ​ເທດ​ຈີນ, ຂະ​ນະ​ທີ່ການ​ແລ່ນ​ລົດ​ໄຟ​ຂົນ​ສົ່ງໃນ​ທົ່ວ​ປະ​ເທດ​ມີ​ຄວາມ​ລະ​ບຽບ​ຮຽບ​ຮ້ອຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ