ອີ​ຕາ​ລີ​​ຈະ​ຂັບໄລ່​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ສ.ປ.ປ ເກົາ​ຫຼີ ປະ​ຈຳ​ປະ​ເທດ​ຕົນ
2017-10-03 14:35:14  cri 

ຕາມ​ຂ່າວCRI:ສື່ມວນ​ຊົນ​ອີ​ຕາ​ລີ​ລາຍ​ງານ​​ໃນວັນ​ທີ 2 ຕຸ​ລາ​ນີ້ວ່າ, ທ່ານ​ອານ​ເກ​ລີ​ໂນ ອານ​ຟາ​ໂນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຕາ​ລີ​ກ່າວ​ວ່າ, ເພື່ອ​ຮັບ​ມື​ກັບ​ການ​ທ້າ​ທາຍ​​ຈາກ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຂອງ ສ.ປ.ປ ເກົາ​ຫຼີ ທີ່​ຮຸນ​ແຮງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ອີ​ຕາ​ລີ​ຈະ​ໄຂ​ໄລ່​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ສ.ປ.ປ ເກົາ​ຫຼີ ປະ​ຈຳ​ປະ​ເທດ​ຕົນ.


​ພ້ອມ​ກັນ​ນັ້ນ, ທ່ານ​ອານ​ເກ​ລີ​ໂນ ອານ​ຟາ​ໂນ​ຍັງ​ກ່າວ​ຕື່ມ​ວ່າ, ອີ​ຕາ​ລີ​ຈະ​ບໍ່ຕັດ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ ສ.ປ.ປ ເກົາ​ຫຼີ, ເພື່ອ​​ຮັກ​ສາ
ຊ່ອງ​ທາງ​ການ​ແລກ​ປ່ຽນກັນ. ແຕ່ທ່ານ​​ບໍ່​ໄດ້​ເປີດ​ເຜີຍ​​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບເວ​ລາທີ່​ລະ​ອຽດ​ທີ່​ໃຫ້ເອກ​ອັກ​ຄະ​ລັດ​ຖະ​ທູດ ສ.ປ.ປ ເກົາ​ຫຼີ ອອກຈາກ​ອີ​ຕາ​ລີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ