ຟິ​ລິບ​ປິນ​ສະ​ໜັບ​ສະໜູນ​ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີແລະ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"
2017-10-04 10:55:08  cri 
ວັນ​ທີ 3 ຕຸ​ລານີ້ ກະ​ຊວງ​ການ​ເງິນ​ຟິ​ລິບ​ປິນ​ຖະ​ແຫຼງວ່າ, ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​ແລະ​ຂໍ້​ລິ​ເລີ່ມ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ​ຈະ​ຊຸກ​ຍູ້​ໃຫ້​ການ​ຄ້າ​ຢູ່​ພາກ​ພື້ນ ​ມີ​ຄວາມ​ກ້ຳ​ເກິ່ງ​ກັນ​ຢ່າງ​ຮອບ​ດ້​ານ, ​ແລະ​ຈະ​ສ້າງຜົນ​ປະ​ໂຫຍດ​ຍາວ​ນານ​​ໃຫ້​ແກ່​ປະ​ເທດ​ຕ່າງໆ, ສະ​ນັ້ນ ລັດ​ຖະ​ບານ​ຟິ​ລິບ​ປິນ​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜູນເປັນ​ຢ່າງ​ຍິ່ງ​.

ທ່ານ​ໂດ​ມິງ​ເກີ​ສ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຟິ​ລິ​ບ​ປິນ​ກ່າວ​ໃນ​ຖະ​ແຫຼງ​ການ​ດັ່ງ​ກ່າວ​ວ່າ, ​ປະ​ເທດ​ຕົນ​ຫວັງ​ຢ່າງ​ຍິ່ງ​ຈະສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ແລະ​ການ​ລົງ​ທຶນ​ກັບ​ຈີນ.

​ຂ່າວ​ລານ​ງານ​ຕື່ມ​ວ່າ, ຫວ່າງ​ມໍ່ໆ​ນີ້, ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​ໄດ້​ເຫັນ​ດີ​ການລະ​ດົມ​ທຶນ​ທີ່ 207 ລ້ານ 6 ແສນ​ໂດ​ລາ​ສະ​ຫະ​ລັດ​ທີ່​ສະ​ເໜີ​ໂດຍ​ລັດ​ຖະ​ບານ​ຟິ​ລິ​ບ​ປິນ​ເພື່ອ​ໃຊ້​ໃນ​ໂຄງ​ການ​ຕ້ານ​ໄພ​ນ້ຳ​ຖ້ວມ​ທີ່​ນະ​ຄອນ​ຫຼວງ​ມະ​ນີ​ລາ.

ລັດ​ຖະ​ສະ​ພາ​ຟິ​ລິບ​ປິນ​ໄດ້​ຜ່ານ​ຮັບ​ຮອງ​ມະ​ຕິ​ກ່ຽວ​ກັບ ສັ​ນ​ຍາ​ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​ໃນ​ເດືອນ​ທັນ​ວາ 2016, ແລະ​ສັນ​ຍາ​ວ່າ​ຟິ​ລິບ​ປິນ​ຈະ​ສົມ​ທົບກ​ທຶນ 196 ລ້ານ​ໂດ​ລາ​ສະ​ຫະ​ລັດ​ໂດຍ​ຈ່າຍ​ຜ່ອນ​ພາຍ​ໃນ​ເວ​ລາ 5 ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ