ບໍ​ລິ​ສັດYAHOO ປະ​ກາດ​ວ່າ​ຂໍ້​ມູນ​ສ່ວນ​ຕົວ​ຂອງ 3 ຕື້​ຄົນຖືກ​ເຈາະ
2017-10-04 10:56:32  cri 
ບໍ​ລິ​ສັດ​ເວ​ຣີ​ຊັນ ທີ່​ເປັນ​ບໍ​ລິ​ສັດ​ໂທ​ລະ​ຄົມ​ມະ​ນາ​ຄົມ​ຍັກ​ໃຫຍ່​ຂອງ​ອາເມ​ລິ​ກາ ທັງ​ເປັນ​ບໍ​ລິ​ສັດ​ແມ່​ຂອງ​ບໍ​ລິ​ສັດ YAHOO ປະ​ກາດ​ໃນ​ວັນ​ທີ 3 ຕຸ​ລານີ້​ວ່າ, ຂໍ້​ມູນ​ສ່ວນ​ຕົວ​ຂອງ​ຜູ້​ໃຊ້​ ​ບໍ​ລິ​ການ​ຂອງ YAHOO 3 ຕື້​ຄົນ​ຖືກເຈາະ ເຊິ່ງ​ຕົວ​ເລກນີ້​ແມ່ນ 3 ເທົ່າ​ກັບ​ຕົວ​ເລກ​ທີ່​ປະ​ກາດ​ໃນ​ເດືອນ​ທັນ​ວາ​ປີ​ 2016.

ວັນ​ທີ 14 ທັນ​ວາ 2016, ບໍ​ລິ​ສັດ YAHOO ທີ່​ຍັງ​ບໍ່​ທັນ​ຖືກ​ບໍ​ລິ​ສັດ​ເວ​ຣີ​ຊັນ​ຈັບ​ຊື້​ນັ້ນ​ປະ​ກາດ​ວ່າ, ຖືກ​ແຮັກ​ເກີ​ເຈາະ​ຂໍ້​ມູນ​ໃນ​ເດືອນ​ສິງ​ຫາ​ປີ 2013 ​ສົ່ງ​ຜົນເຮັດ​ໃຫ້​ເສຍຂໍ້​ມູນ​ຂອງລູກ​ຄ້າ 1 ຕື້​ຄົນ​.

ສ່ວນ​ການ​ຖືກ​ເຈາະ​ຂໍ້​ມູນ​ເທື່ອນີ້ ຂໍ້​ມູນ​​ຂອງ​ລູກ​ຄ້າ​ໃຊ້​ ບໍ​ລິ​ການ​ຂອງ YAHOO ທີ່​ຖືກ​ລັກລວມ​ທັງ ຊື່​ແລະ​ນາມ​ສະ​ກຸນ, ທີ່​ຢູ່​ອີ​ເມ​ວ, ເບີ​ໂທ​ລະ​ສັບ, ວັນ​ເດືອນ​ປີ​ເກີດ ແລະ​ລະ​ຫັດ​​ລັບ​ເປັນ​ຕົ້ນ. ຍ້ອນ​ຂໍ້​ມູນ​ທາງ​ທະ​ນາ​ຄານ​ບໍ່​ໄດ້​ເຊັບ​ໄວ້​ໃນ​ລະ​ບົບທີ່​ຖືກ​ເຈາະ ຈິ່ງ​ບໍ່​ໄດ້​ຖືກ​ກະ​ທົບ​ແຕ່​ຢ່າງ​ໃດ.

ບໍ​ລິ​ສັດ​ເວ​ຣີ​ຊັນ​ກ່າວ​ຕື່ມໃນ​ວັນ​ທີ 3 ວ່າ ສ່ວນ​ບຸກ​ຄົນ​ທີ່​ໃຊ້​ ​ບໍ​ລິ​ການ​ຂອງ YAHOO ແຕ່​ເດືອນ​ສິງ​ຫາ 2013 ເປັນ​ຕົ້ນ​ມາ​ລ້ວນ​ແຕ່​ອາດ​ຈະ​ຖືກເຈາະໃນ​ຄັ້ງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ