ອະ​ດີດ​ນາ​ຍົກ​ປາ​ກິ​ສະ​ຖານໄດ້​​ຮັບ​ເລືອກ​ຕັ້ງ​ເປັນ​ຜູ້​ນຳ​ພັກ​ກຳ​ອຳ​ນາດ
2017-10-04 13:36:37  cri 
ອີງ​ຕາມ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ຂອງ​ປາ​ກິ​ສະ​ຖານ​ທີ່​ຜ່ານ​ຮັບ​ຮອງ​ໃໝ່, ວັນ​ທີ 3 ຕຸ​ລານີ້ ທ່ານ​ນາ​ວາ​ສ ຊາ​ຣີ​ຟ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຜູ້​ນຳ​ພັກ​ສະ​ຫະ​ພັນ​ມຸ​ສ​ລິມ(ຝ່າຍ​ຊາ​ຣີ​ຟ) ທີ່​ກຳ​ອຳ​ນາດ.

ມື້​ດຽວ​ກັນ, ພັກ​ດັ່ງ​ກ່າວ​ໄດ້​ມອບ​ເອ​ກະ​ສານ​ກ່ຽວ​ກັບ​ທ່ານ​ຊາ​ຣິ​ຟ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ນັ້ນ​ໃຫ້​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ປາ​ກິ​ສະ​ຖານ ເຊິ່ງ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ຈະ​ປະ​ກາດ​ຜົນ​ຢ່າງ​ເປັນ​ທາງ​ການ​ໃນ​ພາຍ​ຫຼັງ​.

ເດືອນ​ກໍ​ລະ​ກົດປີນີ້, ສານ​ສູງ​ສຸດ​ຂອງ​ປາ​ກິ​ສະ​ຖານ​ໄດ້​ຍົກ​ເລີກ​ຄຸນ​ວຸ​ທິ​ດ​ດຳ​ລົງ​ຕຳ​ແໜ່ງຂອງ​ທ່ານ​ຊາ​ຣີ​ຟ​ທີ່​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສະ​ຖານ​ໃນ​ເວ​ລາ​ນັ້ນໂດຍ​ອ້າງ​ວ່າ​ຖືກ​ສົງ​ໃສ​ສໍ້​ລາດ​ບັງ​ຫຼວງ. ຫຼັງ​ຈາກ​ນັ້ນ ທ່ານ​ຊາ​ຣີ​ຟ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່ງ​ໃນ​ການ​ນຳ​ພາ​ພັກ​ສະ​ຫະ​ພັນ​ມຸ​ສ​ລິມ(ຝ່າຍ​ຊາ​ຣີ​ຟ). ອີງ​ຕາມ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ, ນັກ​ການ​ເມືອງ​ທີ່​ຖືກ​ຍົກ​ເລີກ​ຄຸນ​ວຸດ​ທິ​ດຳ​ລົງ​ຕຳ​ແໜ່ງ​ນັ້ນ​ຈະ​ບໍ່​ສາ​ມາດ​ຮັບ​ຕຳ​ແໜ່ງ​ພາຍ​ໃນ​ພັກ​ອີກ, ແຕ່​ວ່າ​ພັກ​ສະ​ຫະ​ພັນ​ມຸ​ສ​ລິມ(ຝ່າຍ​ຊາ​ຣິ​ຟ)ໄດ້​ອີງ​ໃສ່​ທີ່​ນັ່ງ​ສ່ວນ​ຫຼາຍ​ຂອງ​ຕົນໃນ​ສະ​ພາ​ຕ່ຳ​ປາ​ກິ​ສະ​ຖານ ​ຈິ່ງ​ສາ​ມາດຜ່ານ​ຮັບ​ຮອງ​ມະ​ຕິ​ສະ​ບັບ​ໜຶ່ງ​ກ່ຽວ​ກັບ​ການ​ອະ​ນຸ​ມັດ​ໃຫ້​ນັກ​ການ​ເມືອງ​ທີ່​ຖືກ​ຍົກ​ເລີກ​ຄຸນ​ວຸ​ທິດ​ດຳ​ລົງ​ຕຳ​ແໜ່ງ​ນັ້ນ​ສາ​ມາດ​​ຖືກ​ເລືອກ​ຕັ້ງ​ເປັນ​ຜູ້​ນຳ​ພັກ​ການ​ເມືອງ​ອີກ ເຊິ່ງ​ເປັນ​ການ​ປູ​ທາງ​ໃຫ້​ແກ່​ທ່ານ​ຊາ​ຣີ​ຟ​ໃນ​ການ​ຮັບ​ການ​ເລືອກ​ຕັ້ງດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ