ປະ​ຊາ​ຊົນ​ຈີນ​ຕ້ອນ​ຮັບ​ບຸນ​ໄຫວ້​ພະ​ຈັນ​ຢ່າງ​ມ່ວນ​ຊື່ນ
2017-10-04 14:50:39  cri 
ປ​ຊາ​ຊົນ​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ຈີນ​ທີ່​ພວມ​ຢູ່​ໃນໄລ​ຍະ​ພັກ​ວັນ​ຊາດ​ຈີນ​ນັ້ນ ໄດ້​ຕ້ອນ​ຮັບ​ບຸນ​ໄຫວ້​ພະ​ຈັນ ທີ​ເປັນ​ບຸນ​ປະ​ເພ​ນີ​ທີ່​ສຳ​ຄັນ​ຂອງຈີນ​ໃນ​ວັນ​ທີ 4 ຕຸ​ລານີ້ ໂດຍແຫ່ງຕ່າງໆ​ທົ່ວ​ປະ​ເທດ​ ​ພາ​ກັນ​ຈັດ​ກິດ​ຈະ​ກຳ​ລະ​ຫຼອງ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ປະ​ຊາ​ຊາດ​ຈີນ.

ບຸນ​ໄຫວ້​ພະ​ຈັນທຸກ​ປີ ປະ​ຊາ​ຊົນ​ຈີ​ນ​ນິ​ຍົມ​ກິນ​ຂະ​ໜົມ​ໄຫວ້​ພະ​ຈັນ. ຢູ່​ຮ້ານ​ຂາຍ​ຂະ​ໜົມ​ທີ່​ມີ​ຊື່​ສຽງ​ຫຼາຍ​ຮ້ານ​ທີ່​ນະ​ຄອນ​ຊຽງ​ໄຮ ໄດ້​ມີ​ລູກ​ຄ້າ​ຢືນ​ຖ້າ​ຄິວ​ຢ່າງ​ຫຼວງ​ຫຼາຍ​ເພື່ອ​ຊື້​​ຂະ​ໜົມ​ໄຫວ້​ພະ​ຈັນ. ຢູ່​ເມືອງ​ທຽນ​ສິນ​ທີ່​ເປັນ​ເມືອງ​ທ່າ​ທາງ​ພາກ​ເໜືອ​ຂອງ​ຈີນ, ງານ​ວາງ​ສະ​ແດງ​ເບົ້າ​​ເຮັດ​ຂະ​ໜົມ​ພື້ນ​ເມືອງ​ໄດ້​ຈັດ​ຂຶ້ນ​ໃນ​ໄລ​ຍະ​ບຸນ​ໄຫວ້​ພະ​ຈັນ​ປີນີ້ ເຊິ່ງ​ເບົ້າ​​ທີ່​ນຳ​ມາ​ວາງ​ສະ​ແດງ​​ຄັ້ງ​ນີ້ເກົ່າ​ແກ່​ທີ່​ສຸດ​ແມ່ນ​ມີ​ປະ​ຫວັດ 200 ກວ່າ​ປີ​ແລ້ວ.

ປະ​ຊາ​ຊົນ​ຈີນ​ມັກ​ຈະ​ເຕົ້າ​ໂຮມ​ກັບ​ພີ່​ນ້ອງ​ຄອບ​ຄົວ​ໃນ​ບຸນ​ໄຫວ້​ພະ​ຈັນ, ການ​ຫຼິ້ນ​ບຸນ​ແບບ​ເຕົ້າ​ໂຮມ​ກັນ​ມີ​ຄວາມ​ໝາຍ​ພິ​ເສດ​ສຳ​ລັບ​ປະ​ຊາ​ຊົນ​ຈີນ. ປີນີ້ ບຸນ​ໄຫວ້​ພະ​ຈັນ​ພໍ​ດີ​ຢູ່​ໃນ​ໄລ​ຍະ ​ພັກ​ວັນ​ຊາດ, ສະ​ນັ້ນ ມີຄອບ​ຄົວ​ຫຼາຍ​ບໍ່​ໜ້ອຍ​ໄດ້​ພາ​ກັນ​ອອກ​ໄປ​ທ່ອງທ່ຽວເພື່ອ​ສະ​ຫຼອງວັນ​ບຸນ.
​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ວ່າ, ແຕ່​ວັນ​ທີ 1-3 ຕຸ​ລານີ້ ທົ່ວ​ປະ​ເທດ​ໄດ້​ມີ 346 ລ້ານ​ເທື່ອ​ຄົນ​ອອກ​ໄປ​ທ່ອງ​ທ່ຽວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ