ກອງ​ກຳ​ປັ່ນ​ປ້ອງ​ກັນ​ການ​ເດີນ​ເຮືອ​ຂອງກອງ​ທັບ​ເຮືອຈີນຢ້ຽມ​ຢາມອັງ​ກິດ​
2017-10-04 11:12:59  cri 

ຕາມ​ຂ່າວCRI:ກອງ​ກຳ​ປັ່ນ​ປ້ອງ​ກັນ​ການ​ເດີນ​ເຮືອ​ຊຸດ​ທີ  26 ຂອງກອງ​ທັບ​ເຮືອ​ຈີນ​ໄດ້ເດີນ​ທາງ​ເຖິງ​ນະ​ຄອນຫຼວງ​ລອນດອນປະ​ເທດ​ອັງ​ກິດ​ເລີ່ມແລະ​ມີ​ ພິ​ທີ​ຕ້ອນ​ຮັບ​ຢ່າງ​ຄຶກ​ຄື້ນ​ໃນວັນ​ທີ 3 ຕຸ​ລາ​ນີ້​ຢູ່​ທ່າ​ກຳ​ປັ່ນ​ອິນ​ເດຍ​ຕາ​ເວັນ​ຕົກ​​ນະ​ຄອນຫຼວງ​ລອນດອນ​. ນີ້​ແມ່ນກອງ​ກຳ​ປັ່ນ​ຂອງກອງ​ທັບ​ເຮືອ​ຈີນ​​ເດີນ​ທາງ​ໄປ​ຢ້ຽມ​ຢາມ​​ນະ​ຄອນ​ຫຼວງ​ລອດດອນ​ປະ​ເທດ​ອັງ​ກິດ​ເປັນ​ຄັ້ງ​ທຳ​ອິດ.

ທ່ານ​ຫວາງ​ຊ​ອງ​ຊາຍ, ຜູ້​ບັນ​ຊາ​ການກອງ​ກຳ​ປັ່ນ​ປ້ອງ​ກັນ​ການ​ເດີນ​ເຮືອ​ຊຸດ​ທີ 26 ກ່າວ​ໃນ​ພິ​ທີ​ຕ້ອນ​ຮັບ​ວ່າ, ກອງ​ກຳ​ປັ່ນ​ປ້ອງ​ກັນ​ການ​ເດີນ​ເຮືອ​ຊຸດ​ທີ 26 ປະ​ກອບ​ດ້ວຍ​ກຳ​ປັ່ນ​ປ້ອງ​ກັນ​ຢາງ​ໂຈວ, ກຳ​ປັ່ນ​ປ້ອງ​ກັນ​ຫວງ​ກາງ, ກຳ​ປັ່ນ​ລຳ​ລຽງ​ຄົບ​ວົງ​ຈອນ​ກາວ​ໂຢ​ຫູ. ໃນ​ໄລ​ຍະ​ຢ້ຽມ​ຢາມ​ອັງ​ກິດ​ເປັນ​ເວ​ລາ 5 ວັນເທື່ອ​ນີ້, ຈະ​ຈັດ​ກິດ​ຈະ​ກຳ​ຕ່າງໆ​ກັບ​ກອງ​ທັບ​ອັງ​ກິດ, ເຊັ່ນ: ການ​ພົບ​ປະທາງ​ການ, ການແລກ​ປ່ຽນ​ທາງ​ກິດ​ຈະ​ການ, ທັດ​ສະ​ນາ​ສຶກ​ສາ​ເຊິ່ງ​ກັນ​ແລະ​ກັນ, ກິດ​ຈະ​ກຳວັດ​ທະ​ນະ​ທຳ​ແລະ​ກິ​ລາ​ແລະ​ອື່ນໆ;ຂະ​ນະ​ທີ່ກອງ​ກຳ​ປັ່ນຕົນ​ກໍ​ຈະ​ເປີດ​ເຜີຍ​ຕໍ່ປະ​ຊາ​ຊົນ​ອັງ​ກິດ​ໂດຍຫວັງ​ວ່າ​ປະ​ຊາ​ຊົນ​ອັງ​ກິດ​ຈະ​​ຮັບ​ຮູ້​ຕໍ່​ກອງ​ທັບ​ເຮືອ​ຈີນເລິກ​ເຊິ່ງ​ກວ່າ​ເກົ່າ.

ຂ່າວ​ແຈ້ງວ່າ, ກອງ​ກຳ​ປັ່ນ​ດັ່ງ​ກ່າວ​ໄດ້​ອອກ​ເດີນ​ທາງ​ຈາກ​ທ່າ​ກຳ​ປັ່ນ​ໂຈວ​ຊານ​ເມື່ອ​ເດືອນ​ເມ​ສາ​ປີ​ນີ້, ພາຍ​ຫຼັງ​ໄດ້​ສຳ​ເລັດ​ໜ້າ​ທີ່​ປ້ອງ​ກັນ​ການ​ເດີນ​ເຮືອ​ຢູ່​ອ່າວ​ອາ​ເດນແລະເຂດ​ທະ​ເລ​ໂຊ​ມາ​ລີທີ່​ດຳ​ເນີນ​ມາ​ເປັນ​ເວ​ລາ​ເຄິ່ງ​ປີ, ກອງ​ກຳ​ປັ່ນ​ກໍ​ເດີນ​ເຮືອ​ກັບ​ຄືນ​​ປະ​ເທດ​​ແລະ​ຢູ່​ລະ​ຫວ່າງ​ຫາ​ກໍໄດ້​ແວ່​ຢ້ຽມ​ຢາມແບນ​ຊິກ​ແລະດານມາກ;ຫຼັງ​ຈາກ​ນັ້ນ​ຍັງ​ຈະ​​ໄປ​ຢ້ຽມ​ຢາມ​ຝ​ຣັ່ງອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ