ທ່ານ​ຮູ​ເຣ​ຊູ​ຣໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມົງ​ໂກ​ລີ​ຊຸດ​ທີ 30
2017-10-05 11:07:22  cri 
ກອງ​ປະ​ຊຸມ​ຄົບ​ຄະ​ນະ​ເທື່ອ​ທຳ​ອິດ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ລະ​ດູ​ໃບ​ໄມ້ຫຼົ່ນ​ຂອງ​ສະ​ພາ​ແຫ່ງ​ຊາດ​ມົງ​ໂກ​ລີ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 4 ຕຸ​ລາ​ນີ້​ໂດຍ​ແຕ່ງ​ຕັ້ງ​ທ່ານຮູ​ເຣ​ຊູ​ຣ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮັກ​ສາ​ການ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມົງ​ໂກ​ລີ​ຊຸດ​ທີ 30.

ທ່ານຮູ​ເຣ​ຊູ​ຣ​ເກີດ​ຢູ່​ນະ​ຄອນຫຼວງ​ອູ​ລານ​ບາ​ຕໍ​ເມື່ອ​ປີ 1968, ທ່ານ​ເຄີຍ​ດຳ​ລົງ​ຕຳ​ແໜ່ງ​ສຳ​ຄັນ​ຂອງ​ພັກ​ລັດ​ເປັນ​ຕົ້ນ ເລ​ຂາ​ທິ​ການ​ໃຫຍ່​ພັກ​ປະ​ຊາ​ຊົນ​ມົງ​ໂກ​ລີ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມົງ​ໂກ​ລີ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ