ອັດ​ຕາ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນຈະ​ຢູ່​ໃນ​ຂ​ອບຄາດ​ຄະ​ເນ​ຂອງ​ທະ​ນາ​ຄານ​ໂລກ​
2017-10-05 11:53:24  cri 

ວັນ​ທີ 4 ຕຸ​ລາ​ນີ້​ຢູ່​ນະ​ຄອນຫຼວງ​ກົວ​ລາ​ລຳ​ເປີ​ປະ​ເທດ​ມາ​ເລ​ເຊຍ, ທະ​ນາ​ຄານ​ໂລກ​ໄດ້​ເປີ​ດ​ເຜີຍ​ບົດ​ລາຍ​ງານ​ປະ​ຈຳ​ເຄິ່ງ​ປີ​ຂອງ​ເສດ​ຖະ​ກິດ​​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ​ແລະ​ປາ​ຊີ​ຟິກ​ໂດຍ​ຄາດ​ວ່າ ອັດ​ຕາ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ໃນ​ປີ​ນີ້​ຈະ​ເກີນ​ຄາດ​ຄະ​ເນ​ໂດຍ​ບັນ​ລຸ​ເຖິງ 6,7%, ປີ 2018 ຈະຫຼຸດ​ລົງ​ເລັກ​ໜ້ອຍ​ຄື​ຢູ່​ໃນ​ລະ​ດັບ 6,4% ແລະ​ປີ 2019 ຢູ່​ໃນ​ລະ​ດັບ 6,3%.

ນີ້​ຄື​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ສຳ​ຄັນ​ອີກ​ອົງ​ການ​ໜຶ່ງ​ທີ່​ໄດ້​ປັບ​ຍົກ​ອັດ​ຕາ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ໃນ​ປີ​ນີ້​ແລະ​ປີ​ໜ້າ​ຕາມ​ຄາດ​ຄະ​ເນຫຼັງ​ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ​ໄດ້ປັບ​ຍົກ​ອັດ​ຕາ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຂອງ​ຈີນ​. ເດືອນ​ເມ​ສາ​ຜ່ານ​ມາ, ທະ​ນາ​ຄານ​ໂລກ​ໄດ້​ຄາດ​ຄະ​ເນ​ວ່າ ໃນ​ປີ 2017,ເສດ​ຖະ​ກິດ​ຈີນຈະ​ເຕີບ​ໂຕ 6,5%​ ແລະປີ 2018 ຈະ​ເຕີບ​ໂຕ 6,3%.

ບົດ​ລາຍ​ງານ​ລະ​ບຸ​ວ່າ: ເນື່ອງ​ຈາກເສດ​ຖະ​ກິດ​ຈີນ​ຈະ​ສືບ​ຕໍ່ປ່ຽນ​ຈາກ​ການເຕີບ​ໂຕ​ດ້ວຍ​ການ​ຂັບ​ເຄື່ອນ​ຂອງ​ການ​ລົງ​ທຶນ​ຫັນ​ໄປ​ສູ່​ການ​ເຕີບ​ໂຕ​ຈາກ​ການ​ຂັບ​ເຄື່ອນ​ຂອງ​ການ​ບໍ​ລິ​ໂພກ​ພາຍ​ໃນ​ປະ​ເທດ​ຢ່າງ​ຕໍ່​ເນື່ອງ, ​ຈິ່ງ​ຄາດ​ວ່າ ໃນປີ 2018ຫາ​ປີ2019,ອັດ​ຕາ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ອາດ​ຈະຫຼຸດ​ລົງ. ຂະ​ນະ​ດຽວ​ກັນ, ບົດ​ລາຍ​ງານ​ຍັງ​ລະ​ບຸ​ຕື່ມ​ວ່າ, ການ​ປະ​ຕິ​ຮູບ​ແບບ​ຍືນ​ຍົງ​ຂອງ​ລັດ​ວິ​ສາ​ຫະ​ກິດ​ຢູ່​ໃນ​ປະ​ເທດ​ຈີນ ຈະ​ສາ​ມາດ​ປັບ​ປຸງ​ການ​ຄາດ​ຄະ​ເນ​ດ້ານ​ການ​ຂະ​ຫຍ​າຍ​ຕົວ​ຂອງ​ເສດ​ຖະ​ກິດ​ໃຫ້​ດີ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ