ສະຖານທູດຈີນປະຈຳອິນເດຍເຕືອນໃຫ້ນັກທ່ອງທ່ຽວຈີນທີ່ເດີນທາງໄປທ່ຽວອິນເດຍຈົ່ງເອົາໃຈໃສ່ຄວາມປອດໄພ
2017-10-05 12:01:10  cri 

ວັນທີ 3 ຕຸລານີ້, ສະຖານທູດຈີນປະຈຳອິນເດຍໄດ້ປະກາດແຈ້ງການຜ່ານທາງເວັບໄຊ ໂດຍເຕືອນໃຫ້ນັກທ່ອງທ່ຽວຈີນທີ່ເດີນທາງໄປທ່ຽວອິນເດຍຈົ່ງເອົາໃຈໃສ່ຄວາມປອດໄພ.

ແຈ້ງການຂຽນວ່າ, ຫວ່າງມໍ່ໆນີ້, ສະຖານທູດຈີນປະຈຳອິນເດຍໄດ້ແກ້ໄຂຫຼາຍຄະດີກ່ຽວກັບປະຊາຊົນຈີນຖືກຫ້າມບໍ່ໃຫ້ຜ່ານດ່ານຍ້ອນວິຊາໝົດເວລາກຳນົດ ແລະ ຖືກສຳຫຼວດຍ້ອນເຂົ້າທ່ອງທ່ຽວຢູ່ຂອບເຂດທີ່ຫ້າມຄົນຕ່າງປະເທດເຂົ້າໂດຍບໍ່ໄດ້ຮັບການອະນຸຍາດ. ເພື່ອຮັບປະກັນໃຫ້ປະຊົນຈີນທີ່ທ່ອງທ່ຽວຢູ່ອິນເດຍຢ່າງມີຄວາມປອດໄພແລະຄວາມສະດວກ, ສະຖານທູນຈີນເຕືອນໃຫ້ນັກທ່ອງທ່ຽວຈີນຕ້ອງເຄົາລົບແລະ​ປະ​ຕິ​ບັດ​ຂໍ້​ກຳ​ນົດ​ໃນວິຊາທີ່ກ່ຽວຂ້ອງຂອງອິນເດຍ, ຄວນກວດເບິ່ງວ່າ​ການ​ກຳ​ນົດ​ເວ​ລາ​ໃນວິຊາ​ກ່ອນ​ທີ່​ຈະ​ອອກ​ເດີນ​ທາງ ແລະ ປະຕິບັດ​ການ​ແນະ​ນຳຂອງສະຖານທູດອິນເດຍປະຈຳຈີນ, ເພື່ອຫຼີກເວັ້ນກໍລະນີທີ່ວິ​ຊາ​ໝົດ​ກຳ​ນົດ​ຂະ​ນະ​ທີ່​ຢູ່​ອິນ​ເດຍທັງ ຫຼີກເວັ້ນບໍ່ໃຫ້ເຮັດທຸລະກິດ​ເຮັດວຽກ​ແລະການກະທຳ​ອື່​ນໆທີ່ບໍ່​ເປັນ​ໄປ​ຕາມ​ກາ​ນ​ຂໍວິຊາ​ເພື່ອການທ່ອງທ່ຽວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ