ອົງການຄວາມໝັ້ນຄົງແລະການຮ່ວມມືເອີຣົບຢືນຢັນວ່າ ສະຖານະການຢູ່ເຂດ ພາກຕາເວັນອອກອູເກຼນດີຂຶ້ນ
2017-10-05 16:41:03  cri 

ວັນ 4 ຕຸລານີ້, ໜ່ວຍງານພົວພັນ 3 ຝ່າຍຄື ອູເກຼນ, ອົງການຄວາມໝັ້ນຄົງແລະການຮ່ວມມືເອີຣົບ ແລະຣັດເຊຍກ່ຽວກັບບັນຫາອູເກຼນໄດ້ຈັດການເຈລະຈາເປັນປະຈຳຢູ່ນະຄອນຫຼວງມິນສ໌ກ໌ຂອງເບລາຣູຊີ. ທ່ານມາຕິນ ຊາດິກ ຜູ້ຕາງໜ້າພິເສດຂອງອົງການຄວາມໝັ້ນຄົງແລະການຮ່ວມມືເອີຣົບກ່າວວ່າ, ຫວ່າງມໍ່ໆນີ້ ການລະເມີດສັນຍາຢຸດຍິງຢູ່ເຂດປະທະກັນທາງພາກຕາເວັນອອກຂອງອູເກຼນໄດ້ຫຼຸດໜ້ອຍລົງຢ່າງຫຼວງຫຼາຍ, ສະຖານະການຄວາມໝັ້ນຄົງຢູ່ເຂດດັ່ງກ່າວດີຂຶ້ນກວ່າເກົ່າ.

ທ່ານຊາດິກກ່າວໃນການຖະແຫຼງຂ່າວຫຼັງການເຈລະຈາວ່າ, ຍ້ອນວ່າໜ່ວຍງານພົວພັນສາມຝ່າຍໄດ້ເຈລະຈາແລະບັນລຸການຢຸດຍິງໃນລະດູການເກັບກ່ຽວແລະສົກຮຽນໃໝ່ໃນຕົ້ນລະດູຮ້ອນປີນີ້, ນັບແຕ່ເດືອນມິຖຸນາປີນີ້ເປັນຕົ້ນມາ ສະພາບການເຊຍຊີວິດແລະບາດເຈັບຂອງປະຊາຊົນຢູ່ເຂດຕາເວັນອອກອູເກຼນກໍຫຼຸດໜ້ອຍລົງຢ່າງຈະແຈ້ງ. ພາກສ່ວນທີ່ກ່ຽວຂ້ອງຂອງອົງການສະຫະປະຊາຊາດເປີດເຜີຍວ່າ, ເດືອນກັນຍາຜ່ານມາ, ຢູ່ທ້ອງຖິ່ນດັ່ງກ່າວມີປະຊາຊົນພຽງແຕ່ 2 ຄົນເສຍຊີວິດ ແລະອີກ 16 ຄົນບາດເຈັບຍ້ອນເຫດການປະທະກັນ ເຊິ່ງເປັນສະຖິຕິຕ່ຳສຸດນັບແຕ່ເຂດດັ່ງກ່າວເກີດການປະທະກັນດ້ວຍກຳລັງອາວຸດເປັນຕົ້ນມາ.

ທ່ານຊາດິກຢືນຢັນວ່າ, ໜ່ວຍງານພົວພັນສາມຝ່າຍຈະສືບຕໍ່ສຸມທຸກຄວາມພະຍາຍາມເພື່ອຮັບປະກັນໃຫ້ຝ່າຍຕ່າງໆເຄົາລົບແລະປະຕິບັດຕາມກົນໄກຢຸດຍິງທີ່ບໍ່ມີເວລາຈຳກັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ