ສະ​ຫະ​ພາບ​ເອີ​ຣົບ​ຊ່ວຍ​ລັດ​ຖະ​ບານ​ປອງດອງ​ຊາດ​ລີ​ບີ 353 ລ້ານ​ໂດ​ລາ
2017-10-05 15:52:56  cri 
ວັນ​ທີ 4 ຕຸ​ລາ​ນີ້, ເຈົ້າ​ໜ້າ​ທີ່​ສະ​ຫະ​ພາບ​ເອີ​ຣົບ​ປະ​ກາດ​ຢູ່​ນະ​ຄອນ​ຫຼວງ​ຕ​ຣີ​ໂປ​ລີ​ປະ​ເທດ​ລີ​ບີ​ວ່າ: ຈະ​ໃຫ້​ທຶນ​ຊ່ວຍ​ເຫຼືອ​ທີ່​ມີ​ມູນ​ຄ່າ​ເຖິງ 353 ລ້ານ​ໂດ​ລາ​ສະ​ຫະ​ລັດ​ແກ່​ລັດ​ຖະ​ບານ​ປອງດອງ​ຊາດ​ລີ​ບີ ເພື່ອ​ໃຊ້​ເຂົ້າ​ໃນ​ການ​ຟື້ນ​ຟູ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລ​ະ​ພາບ​ຂອງ​ປະ​ເທດ​ດັ່ງ​ກ່າວ.

ໃນ​ມື້ດຽວ​ກັນ​, ທ່ານ ໂຈ​ຮານ​ເນ​ສ໌ ຮາ​ເອັນ ກຳ​ມະ​ການ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ​ທີ່​ຊີ້​ນຳ​ວຽກ​ງານ​ນະ​ໂຍ​ບາຍ​ປະ​ເທດໃກ້​ຄຽງ​ທີ່​ດີແລະ​ການ​ເຈ​ລະ​ຈາ​ເປີດກວ້າງ​ຂອງ​ເອີ​ຣົບກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວຫຼັງ​ພົບ​ປະ​ກັບ​ທ່ານ ຟາ​ເຢັ​ສ໌ ​ເອນ ຊາ​ຣາ​ຈີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລີ​ບີ​ວ່າ: ທຶນ​ຊ່ວຍ​ເຫຼືອງວດ​ດັ່ງ​ກ່າວ​ຈະ​ໃຊ້​ເຂົ້າ​ໃນ​ການສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​​ລັດ​ຖະ​ບານ​ແລະ​ພັດ​ທະ​ນາຂະ​ແໜງ​ການ​​ຕ່າງໆ​ຂອງ​ລີ​ບີ ລວມ​ທັງ​ຍົກ​ປະ​ສິດ​ທິ​ພາບ​ໃນ​ການ​ບໍ​ລິ​ການ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​​ ກໍ​ຄືຍົກຄຸນ​ນະ​ພາບສະ​ພາບ​ແວດ​ລ້ອມ​ທາງ​ສັງ​ຄົມ​ໃຫ້​ດີຂຶ້ນ,ຮັບ​ມື​ກັບ​ບັນ​ຫາ​​ຊາວ​ອົບ​ພະ​ຍົບ​ທີ່​ຜິດ​ກົດ​ໝາຍ​ແລະ​ຊ່ວຍ​​ການ​ພັດ​ທະ​ນາວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ກໍ​ຄືການ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ນັກ​ສຶກ​ສາ​ລີ​ບີ​ທີ່​ຮ້ອງ​ຂໍ​ໄ​ປ​ຄົ້ນ​ຄວ້າ​ຕໍ່ຮຽນ​ຢູ່​ປະ​ເທດ​ສະ​ຫະ​ພາບ​ເອີ​ຣົບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ