ການກວາດ​ລ້າງ IS ​ຢູ່ພາກ​ກາງ​ຊີ​ລີ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ສຳ​ຄັນ
2017-10-05 14:29:04  cri 
ຕາມ​ຂ່າວ​ສານ​ຊິ່ນ​ຮ​ວາ: ວັນ​ທີ 4 ຕຸ​ລາ​ນີ້, ເຈົ້າ​ໜ້າ​ທີ່ກອງ​ທັບ​ຊີ​ລີ​ປະ​ກາດ​ວ່າ, ທະ​ຫານ​ລັດ​ຖະ​ບານ​ໄດ້​ກວາດ​ລ້າງ​​ກຸ່ມ IS ​ຢູ່ແຂວງ​ຮາ​​ມາ​ພາກ​ກາງ​ປະ​ເທດ​ຕົນ, ການ​ເຄື່ອນ​ໄຫວ​​ທາງການ​ທະ​ຫານ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ສຳ​ຄັນ.
​ເຈົ້າ​ໜ້າ​ທີ່​ທະ​ຫານ​ຊີ​ລີ​​ເປີດ​ເຜີຍວ່າ, ທະ​ຫານ​ລັດ​ຖະ​ບານສາ​ມາດຍຶດ 50 ກວ່າ​ບ້ານ​ຢູ່ເຂດ​ພາກ​ຕາ​ເວັນ​ອອກ​​ຂອງແຂວງ​ຮາ​ມາ​ຄືນ​ໄດ້​ ໃນ​​ເກືອບ​ໜຶ່ງ​ເດືອນ​​ຜ່ານ​ມາ. ​ຫຼັງຈຸດ​ທີ່​ໝັ້ນ​ສຸດ​ທ້າຍ​ຂອງ IS ຖືກ​ກຳ​ຈັດ, ​ການກວາດ​ລ້າງ​ຢູ່​ເຂດ​ນີ້​ຂອງທະ​ຫານ​ລັດ​ຖະ​ບານ​ກໍ່​ໄດ້​ສິ້ນ​ສຸດ​ລົງ, ກຳ​ລັງ​ປະ​ກອບ​ອາ​ວຸດ​ຂອງກຸ່ມ IS ​ຢູ່​ແຂວງ​ຮາ​ມາ​ກໍ່​ໄດ້​ຖືກ​ກຳ​ຈັດ. ປັດ​ຈຸ​ບັນ​, ຢູ່ຊີ​ລີ ​ມີ​ພຽງ​ແຕ່​ແຂວງ​ເດວ​ໂ​ຈ ພາກ​ຕາ​ເວັນ​ອອກ​ປະ​ເທດ​ດັ່ງ​ກ່າວ​ເທົ່າ​ນັ້ນ ຍັງ​ຢູ່​ໃຕ້​ການ​ຄວບ​ຄຸມ​ຂອງກຸ່ມ IS.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ