ຜູ້​ຕາງ​ໜ້າ​ຈີນປະ​ຈຳ ສ​ປ​ຊ ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​​ຈັດ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໄວ້​ຢູ່​ຖາ​ນະ​ບູ​ລິ​ມະ​ສິດ
2017-10-05 15:33:17  cri 
ຕາມ​ຂ່າວ​ສານ​ຊິ່ນ​ຮ​ວາ: ໃນການ​ອະ​ພິ​ປາຍທົ່ວ​ໄປ​ຂອງ​ຄະ​ນະ​ກຳ​ມະ​ການ​ທີ 2 ຂອງ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 72 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ຕຸ​ລາ​ນີ້, ທ່ານ​ອູ​ຫາຍ​ທ່າວ, ອຸ​ປະ​ທູດຊົ່ວ​ຄາວ​ຂອງ​ຄະ​ນະ​ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຈີນ​ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ, ປະ​ເທດ​ຕ່າງໆ​ຄວນ​ສຸມ​ໃສ່​ເປົ້າ​ໝາຍ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ​​ຈັດ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ເປັນ​ບູ​ລິ​ມະ​ສິດ​ຫຼາຍກວ່າ​ເກົ່າ, ເພີ່ມ​ທະ​ວີ​ການ​ລົງ​ທຶນ​ດ້ານ​ຊັບ​ພະ​ຍາ​ກອນ​ຕ່າງໆ, ​ເພື່ອ​ໃຫ້​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ທັງ​ໃນ​ດ້ານການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແລະ​ການ​ພັດ​ທະ​ນາ. ປະ​ຊາ​ຄົມ​ໂລກ​ຄວນ​ໃຫ້​ຄວາມ​ສຳ​ຄັນ​​ຕໍ່ການຊ່ວຍ​ເພີ່ມ​ຂີດ​ຄວາມ​ສາ​ມາດ​​ໃນ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ປະ​ເທດພວມ​ພັດ​ທະ​ນາ, ລົບ​ລ້າງຄວາ​ມ​ທຸກ​ຍາກ​ທຸກ​ຮູບ​​ແບບ, ກຳ​ຈັດ​ຄວາມອຶດ​ຫິວ, ບັນ​ລຸ​ຄວາມ​​ໝັ້ນ​ຄົງ​ດ້ານ​ສະ​​ບຽງ​ອາ​ຫານ, ຊຸກ​ຍູ້​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຕາມ​ເວ​ລາ​ກຳ​ນົດ.

ທ່ານ​ອູ​ຫາຍ​ທ່າວ​ຢືນ​ຢັນ​ວ່າ, ຈີນ​ສຸດ​ທີ່​ເອົາ​ໃຈ​ໃສ່​ການ​ປະ​ຕິ​ບັດ​ວາ​ລະການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​​ຮອດປີ 2030, ຍິນ​ດີ​ຮ່ວມ​​ກັບ​ປະ​ເທດ​ສະ​ມາ​ຊິກ​ຂອງ​ສະ​ຫະ​ປະ​ຊາ​ຊາດ, ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ບັນ​ລຸ​ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ