ຕວກ​ກີ​-​ອີ​ຣານ​ຄັດ​ຄ້ານ​ແຍກເປັນ​ເອ​ກະ​ລາດ​ຂອງ​ເຄີ​ດີ​ສະ​ຖານ
2017-10-05 16:05:31  cri 
ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ວັນ​ທີ 4 ຕຸ​ລາ​ນີ້, ທ່ານ​ເອ​ໂດ​ກັນ ປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ ກັບ​ທ່ານ​ຣູ​ຮາ​ນີ ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ໄດ້​ເຈ​ລະ​ຈາ​ພົບ​ປະ​ກັນ​ຢູ່​ນະ​ຄອນ​ຫຼວງ​ເຕ​ເຮຣານ​ຂອງ​ອີ​ຣານ. ສອງ​ຝ່າຍ​ເປັນ​ເອ​ກະ​ພາບ​ກັນ​​ວ່າ, ຈະ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ດ້ານເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຕວກ​ກີ​ກັບ​ອີ​ຣານ, ພ້ອມ​ກັນ​ນັ້ນ, ກໍ່​ເດັດ​ດ່ຽວ​ຄັດ​ຄ້ານ​ການ​ລົງ​ປະ​ຊາ​ມະ​ຕິ​ເພື່ອ​​ແຍກ​ເປັນເອກະ​ລາດຂອງເຂດ​ປົກ​ຄອງ​ຕົນ​ເອງ​​ເຄີ​ດີ​ສະ​ຖານ​ຂອງ​ອີ​ຣັກ​.

ສອງ​ຝ່າຍ​ເປັນ​ເອ​ກະ​ພາບ​ກັນ​ເຫັນ​ວ່າ, ​ເຂດ​ປົກ​ຄອງ​ຕົນ​ເອງ​ເຄີ​ດີ​ສະ​ຖານຂອງ​ອີ​ຣັກ​ຈັດ​ການ​ລົງ​ປະ​ຊາ​ມະ​ຕິ​ເພື່ອ​ແຍກ​ເປັນ​ເອກະ​ລາດ ແມ່ນ​ເລື່ອງ​ທີ່ "​ຮັບ​ເອົາ​ບໍ່​ໄດ້". ທ່ານ​ຣູ​ຮາ​ນີ​ກ່າວ​ວ່າ, "​ບໍ່​ວ່າ​​ຜືນ​ແຜ່ນ​ດິນ​ຂອງປະ​ເທດ​ໃດ​ໃນ​ພາກ​ພື້ນ​ນີ້​ຖືກ​ແບ່ງ​ແຍກ, ພວກ​​ຂ້າ​ພະ​ເຈົ້າ​ລ້ວນ​ແຕ່​ຮັບ​ເອົາ​ບໍ່​ໄດ້, ​ແລະເຫັນ​ວ່າ, ອີ​ຣັ​ກ​ເປັນປະ​ເທດ​​ເອ​ກະ​ພາບ ແລະ​ເອ​ກະ​ລາດ", ຜູ້​ນຳ​ເຂດ​ເຄີ​ດີ​ສະ​ຖານ​ຕ້ອງ "​ແກ້​ໄຂຄວາມ​ຜິດ​ຂອງ​ພວກ​ເຂົາ". ທ່ານ​ເອ​ໂດ​ກັນ​ຢືນ​ຢັນວ່າ, "​ອີ​ຣານ​ແລະ​ຕວກ​ກີ​ໄດ້​ປະ​ກາດ​ແລ້​ວ​ວ່າ, ຈະ​ບໍ່​ຮັບ​ຮອງ​ຜົນ​ການ​ລົງ​ປະ​ຊາ​ມະ​ຕິ​ເພື່ອ​ແຍກ​ເຄີ​ດີ​ສະ​ຖານ​ອອກຈາກ​ອີ​ຣັກ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ