ຣັດ​ເຊຍ​ຮູ້​ແລ້ວຜູ້​​​ບົ່ງ​ການ​​ປ່ອຍ​ຂ່າວ​ລື
2017-10-06 10:15:54  cri 
ອົງ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ພັນ​ຣັດ​ເຊຍ​ຢືນ​ຢັນ​ໃນ​ວັນ​ທີ 5 ຕຸ​ລາ​ນີ້​ວ່າ: ​ໄດ້​ຮູ້​ຢ່າງ​ຈະ​ແຈ້ງ​ແລ້ວ​ວ່າ​ຜູ້​ບົ່ງການປ່ອຍ​ຂ່າວ​ລື​ກ່ຽວ​ກັບ​ການ​ຈະ​ກໍ່​ເຫດ​ລະ​ເບີດ​ຢູ່ຫຼາຍແຫ່ງ​ຂອງ​ປະ​ເທດ​ຕົນ​ທາງ​ໂທ​ລະ​ສັບ​ນັ້ນ​ເປັນ​ຊາວ​ຣັດ​ເຊຍ​ທີ່​ຢູ່ນອກ​ປະ​ເທດ 4 ຄົນ.

ຂ່າວ​ສານ​Rossiya Segodnyaຣັດ​ເຊຍ ລາຍ​ງານ​ວ່າ: ວັນ​ທີ 5 ຕຸ​ລາ​ນີ້, ທ່ານ​ອາ​ເລັກ​ຊັນ​ດ​ຣາ ໂບ​ດ​ນີ​ຄົ​ຟ ຫົວ​ໜ້າ​ອົງ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ພັນຣັດ​ເຊຍ​ໄດ້​ຢືນ​ຢັນ​ໃນ​ກອງ​ປະ​ຊຸມ​ອົງ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ປະ​ເທດ​ຂອງ​ຕົນ​ວ່າ:​ຜູ້​ບໍ່​ຫວັງ​ດີ 4 ຄົນ​ໄດ້​ໃຊ້​ໂທ​ລະ​ສັບ IP ເພື່ອຫຼອກ​ລວງ, ​ເຊິ່ງ​ເປັນ​ເລື່ອງ​ຍາກ​​ທີ່​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ໝັ້ນ​ຄົງ​​ຈະ​ຮູ້​ຕຳ​ແໜ່ງ​ຂອງ​ເຂົາ​ເຈົ້າ​​ຢ່າງ​ແນ່ນອນ. ​ແນວ​ໃດ​ກໍ​ດີ,ອົງ​ການ​ຂອງ​ຕົນໄດ້​ຮ່ວມ​ມື​ກັບ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ເພື່ອ​ນຳຈັບ​ຜູ້​​ບໍ່​ຫວັງ​ດີ​ເຫຼົ່າ​ນີ້.

ເລີ່ມ​ແຕ່​ວັນ​ທີ 10 ກັນ​ຍາ​ເປັນ​ຕົ້ນ​ມາ, ​ຢູ່ເມືອງ​ໃຫຍ່​ຕ່າງໆ​ຂອງ​ຣັດ​ເຊຍ,ຕຳຫຼວດ​ໄດ້​ຮັບ​ໂທ​ລະ​ສັບ​ແຈ້ງ​ໂດຍຫຼອກ​ລວງວ່າ​ຈະກໍ່​ເຫດລະ​ເບີດ​ຂຶ້ນ, ​ຂະ​ນະ​ດຽວ​ກັນ,ການ​ແຈ້ງ​ໃນ​ລັກ​ສະ​ນະ​ດັ່ງ​ກ່າວ​ກໍເພີ່ມ​ຂຶ້ນ​ແລະ​ເພື່ອ​ຄວາມ​ປອດ​ໄພ​ຂອງ​ປະ​ຊາ​ຊົນ​ໂດຍ​ໃນ​ແຕ່​ລະ​ມື້​ຈຳ​ເປັນ​ຕ້ອງ​ໄດ້​ຍົກ​ຍ້າຍ​ປະ​ຊາ​ຊົນຫຼາຍ​ພັນຫຼາຍ​ໝື່ນຄົນໄປ​ບ່ອນ​ປອດ​ໄພ​ເພື່ອ​ລີ້​ໄພ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ