ເກີດ​ເຫດ​ລ​ະ​ເບີດ​ແບບ​ສະ​ຫຼະຊີ​ວິດ​ຢູ່​ປາ​ກິ​ສະ​ຖານ​ເຮັດ​ໃຫ້ 15 ຄົນ​ເສຍ​ຊີ​ວິດ
2017-10-06 11:06:43  cri 
ສື່ມວນ​ຊົນ​ປາ​ກິ​ສະ​ຖານ​ລາຍ​ງານ​ວ່າ, ​​ຕອນຫົວ​ຄ່ຳວັນ​ທີ 5 ຕຸ​ລາ​ນີ້,ຢູ່​ແຂວງ​ບາ​ໂລ​ຊິ​ສ​ະ​ຖານ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ​ດັ່ງ​ກ່າວ​ໄດ້​ເກີດ​ເຫດ​ລະ​ເບີດ​ແບບ​ສະຫຼະຊີ​ວິດ, ​ມາ​ຮອດປັດ​ຈຸ​ບັນ,ເຫດ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້ 15 ຄົນ​ເສຍ​ຊີ​ວິດ,  20 ກວ່າ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ສື່ມວນ​ຊົນ​ປາ​ກິ​ສະ​ຖານ​ລາຍ​ງານ​ວ່າ: ເຫດ​ການ​ໂຈມ​ຕີ​ຄັ້ງ​ນີ້​ເກີດ​ຂຶ້ນ​ຢູ່​ບ່ອນ​ໃກ້​ກັບ​ສະ​ຖານ​ທີ່​ຈັດ​ກິດ​ຈະ​ກຳ​ສາ​ສະ​ໜາ​ແຫ່ງ​ໜຶ່ງ​ຢູ່​ເຂດ​ນາ​ຊີ​ຣາ​ບັດ ແຂວງ​ບາ​ໂລ​ຊິ​ສະ​ຖານ, ຂະ​ນະ​ທີ່​ເກີດ​ເຫດ,ໃນ​ສະ​ຖານ​ທີ່​ດັ່ງ​ກ່າວ​ຢ່າງ​ໜ້ອຍ​ມີ 800 ຄົນ.

ປັດ​ຈຸ​ບັນ, ຜູ້​ບາດ​ເຈັບ​ໄດ້​ຖືກ​ສົ່ງ​ໄປ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ໃກ້​ສະ​ຖານ​ທີ່​ເກີດ​ເຫດ​, ໃນ​ນີ້ 8 ຄົນ​ບາດ​ເຈັບ​ສາ​ຫັດ ແລະ​ຍອດ​ຜູ້​ເສຍ​ຊີ​ວິດ​ຍັງ​ອາດ​ຈະ​ເພີ່ມ​ຂຶ້ນ​ອີກ.   ເຈົ້າ​ໜ້າ​ທີ່​ຕຳຫຼວດ​ທ້ອງ​ຖິ່ນ​ດັ່ງ​ກ່າວ​ໄດ້​ປິດ​ສະ​ຖານ​ທີ່​ເກີດ​ເຫດ​ເພື່ອ​ສືບ​ສວນ​ສອບ​ສວນ​ສາ​ເຫດ​ຂອງ​ການ​ເກີດ​ເຫດ. ມາ​ຮອດ​ປັດ​ຈຸ​ບັນ​ຍັງ​ບໍ່​ທັນ​ມີ​ອົງ​ການຫຼື​ບຸກ​ຄົນ​ໃດ​ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ກໍ່​ເຫດ​ລະ​ເບີດ​ດັ່ງ​ກ່າວ​ເທື່ອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ