ອາຣັບບີຊາອຸດິດທຳລາຍກຸ່ມກໍ່ການຮ້າຍແຫ່ງໜຶ່ງທີ່ມີສ່ວນກ່ຽວພັນກັບກຸ່ມ ISIS
2017-10-06 15:50:14  cri 

ກົມຮັກສາຄວາມໝັ້ນຄົງແຫ່ງຊາດອາຣັບບີຊາອຸດິດປະກາດໃນວັນທີ 5 ຕຸລານີ້ວ່າ, ອົງການຮັກສາຄວາມໝັ້ນຄົງປະເທດຕົນໄດ້ທຳລາຍກຸ່ມກໍ່ການຮ້າຍແຫ່ງໜຶ່ງທີ່ມີສ່ວນກ່ຽວພັນກັບກຸ່ມຫົວຮຸນແຮງລັດອິສລາມຫຼື ISIS ໃນວັນທີ 4 ຕຸລານີ້, ມີຜູ້ກໍ່ການຮ້າຍ 2 ຄົນເສຍຊີວິດ ແລະ 5 ຄົນຖືກຈັບ.

ກົມຮັກສາຄວາມໝັ້ນຄົງແຫ່ງຊາດອາຣັບບີຊາອຸດິດຖະແຫຼງວ່າ: ເຈົ້າໜ້າທີ່ຮັກສາຄວາມໝັ້ນຄົງໄດ້ຫຼອນໂຈມຕີຜູ້ກໍ່ການຮ້າຍທີ່ລີ້ຊ່ອນຢູ່ 3 ບ່ອນໃນນະຄອນຫຼວງຣີຢັດ, ຜູ້ກໍ່ການຮ້າຍຄົນໜຶ່ງຂ້າໂຕຕາຍດ້ວຍລະເບີດ, ຄົນໜຶ່ງຖືກຍິງສົງຫານ ແລະ ອີກ 5 ຄົນຖືກຈັບຕົວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ