ອີຣານຢືນຢັນວ່າ ການເຈລະຈາສັນຍານິວເຄຼຍອີຣານຄືນໃໝ່ເປັນໄປບໍ່ໄດ້
2017-10-06 15:49:57  cri 

ສະຖານີໂທລະພາບແຫ່ງຊາດອີຣານລາຍງານວ່າ, ທ່ານອາລີ ອາກາບາ ຊາເລຮີ ປະທານອົງການພະລັງງານປະລະມານູອີຣານຖະແຫຼງຢູ່ນະຄອນຫຼວງໂຣມປະເທດອີຕາລີໃນວັນທີ 5 ຕຸລານີ້ວ່າ, ອີຣານກ່າວເນັ້ນຫຼາຍເທື່ອແລ້ວວ່າ ການເຈລະຈາສັນຍານິວເຄຼຍອີຣານຄືນໃໝ່ຈະເປັນໄປບໍ່ໄດ້ຢ່າງເດັດຂາດ. ຖ້າຫາກອາເມລິກາຖອນຕົວອອກຈາກສັນຍາດັ່ງກ່າວ, ຈະສ້າງຜົນຮ້າຍໜັກໜ່ວງໃຫ້ແກ່ການຜັນຂະຫຍາຍສັນຍາ.

ນັບແຕ່ທ່ານໂດນານ ທຣຳ ປະທານາທິບໍດີອາເມລິກາຂຶ້ນຮັບຕຳແໜ່ງເປັນຕົ້ນມາ, ອາເມລິກາກໍໃຊ້ມາດຕະການຢ່າງເດັດຂາດຕໍ່ອີຣານ ແລະ ນາບຂູ່ວ່າຈະຖອນຕົວອອກຈາກສັນຍານິວເຄຼຍອີຣານ. ນອກນີ້, ທ່ານທຣຳຈະລາຍງານຕໍ່ລັດຖະສະພາອາເມລິກາໃນກາງເດືອນຕຸລານີ້ ເພື່ອອະທິບາຍວ່າອີຣານໄດ້ປະຕິບັດຕາມຄຳໝັ້ນສັນຍາໃນສັນຍານິວເຄຼຍອີຣານຫຼືບໍ່ ແລະ ສັນຍາສະບັບນີ້ສອດຄ່ອງກັບຜົນປະໂຫຍດຂອງອາເມລິກາຫຼືບໍ່. ກ່ອນໜ້ານີ້, ທ່ານຮາຊັນ ຣູຮານີ ປະທານາທິບໍດີອີຣານໄດ້ຕອບໂຕ້ໃນຄຳປາໄສໃນການອະພິປາຍທົ່ວໄປຂອງສະມັດຊາໃຫຍ່ສະຫະປະຊາຊາດວ່າ, ອີຣານຈະບໍ່ເປັນໂຕການທຳລາຍສັນຍານິວເຄຼຍອີຣານຢ່າງເດັດຂາດ, ແຕ່ກໍພ້ອມຕອບໂຕ້ທຸກການກະທຳທີ່ເປັນການລະເມີດສັນຍາຢ່າງເດັດດ່ຽວ.

ຂ່າວແຈ້ງວ່າ, ວັນທີ 31 ສິງຫາທີ່ຜ່ານມາ, ອົງການພະລັງງານປະລະມານູສາກົນໄດ້ເປີດເຜີຍບົດລາຍງານຫຼ້າສຸດ ໂດຍໄດ້ຢືນຢັນວ່າ ອີຣານໄດ້ປະຕິບັດຕາມສັນຍາດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ