ສະ​ພາ​​ສູງອາ​ເມ​ລິ​ກາ​ຮັບ​ຮອງ​ຜູ້​ຈະ​ເປັນຮອງ​ປະ​ທານ FED
2017-10-06 14:54:28  cri 
ຕາມ​ຂ່າວ​ສານ​ຊິ່​ນ​ຮ​ວາ: ວັນ​ທີ 5 ຕຸ​ລາ​ນີ້, ​ສະ​ພາ​ສູງອາ​ເມ​ລິ​ກາ​ໄດ້​ເປັນ​ເອ​ກະ​ພາບ​ຕັ້ງທ່ານ​ຣັນ​ດາ​ນ ຄວາ​ລັ​ສ໌ ເປັນ​ກຳ​ມະ​ການ FED ​ແລະຮອງ​ປະ​ທານ FED ​ຮັບ​ຜິດ​ຊອບ​​ການ​ຕິດ​ຕາມ​ຄຸ້ມ​ຄອງ​ການ​ທະ​ນາ​ຄານ.

​ອາ​ຍຸ​ການ​ດຳ​ລົງ​ຕຳ​ແໜ່​ງ​ກຳ​ມະ​ການ ​FED ຂອງ​ທ່ານຄວາ​ລັ​ສ໌ ແມ່ນ 14 ປີ, ​ແລະອາ​ຍຸ​ການ​ດຳ​ລົງ​​ຕຳ​ແໜ່ງ​ຮອງ​ປະ​ທານ FED ເພື່ອ​ຮັບ​ຜິດ​ຊອບ​​ການ​ຕິດ​ຕາມ​​ຄຸ້ມ​ຄອງ​ການ​ທະ​ນາ​ຄານ​ແມ່ນ 4 ປີ.

ທ່ານຄວາ​ລັ​ສ໌ ມີ​ປະ​ສົບ​ການ​ໃນ​ການ​ເຮັດ​ວຽກ​ຢູ່​ຂະ​ແໜງ​ການ​ຕ່າງໆ​ຂອງ​ລັດ​ຖະ​ບານ​ແລະ​ໃນ​ຂົງ​ເຂດ​ການເງິນສາ​ກົນ. ທ່ານ​ເຄີຍ​ເປັນຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ການ​ທະ​ນາ​ຄານ​ພາຍ​ໃນ​ປະ​ເທດ, ​ລັດ​ຖະ​ມົນ​ຕີ​ຜູ້​ຊ່ວຍ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ສາ​ກົນ​ແລະ​ປະ​ທານ​ຄະ​ນະ​ບໍ​ລິ​ຫານ​ງານ​ຂອງ​ອາ​ເມ​ລິ​ກາ​ປະ​ຈຳ​ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ. ທ່ານ​ຍັງ​ເຄີຍ​ເປັນ​ຜູ້​ຮ່ວມ​​ທຶນ​ຂອງ​ກຸ່ມ​ບໍ​ລິ​ສັດຄາ​ເລ ​ສະ​ຖາ​ບັນການ​ລົງ​ທຶນ​ເອ​ກະ​ຊົນ​ອາ​ເມ​ລິ​ກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ