ຣັດ​ເຊຍ ອາ​ຣັບ​ບີ ຊາ​ອຸ​ດິດ ຫາ​ລື​ການ​ຮ່ວມ​ມື​ສອງ​ຝ່າຍ​ແລະ​ບັນ​ຫາ​ຕາ​ເວັນ​ອອກ​ກາງ
2017-10-06 15:02:16  cri 
ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ວັນ​ທີ 5 ຕຸ​ລາ​ນີ້, ທ່ານ​ວາ​ລະ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ໄດ້ພົບ​ປະກັບ ​ສົມ​ເດັດຊາວ​ມັນ ບິນ ອັບ​​ດຸນ​ລະ​ຊິ​ສ ອານ​ຊາວ​ດ໌ ເຈົ້າ​ຊີ​ວິດອາ​ຣັບ​ບີ ຊາ​ອຸ​ດິດ ທີ່​ໄປ​ຢ້ຽມ​ຢາມ​ຣັດ​ເຊຍ​, ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ ເສດ​ຖະ​ກິດ​ການ​ຄ້າ ພ້ອມ​ດ້ວຍ​ບັນ​ຫາ​ຕາ​ເວັນ​ອອກ​ກາງ.

ຕາມ​ຂ່າວ​ຈາກ​ສື່ມວນ​ຊົນ​ຮັດ​ເຊຍ, ວັນ​ທີ 5 ຕຸ​ລາ​ນີ້, ທ່ານ​ປູ​ຕິນ​ກັບ​ທ່ານ ຊາວ​ມັນ ໄດ້​ຈັດ​ການ​ພົບ​ປະ​ເຈ​ລະ​ຈາ​ແບບ​ສອງ​ຕໍ່​ສອງແລະ​ກອງ​ປະ​ຊຸມ​ເປີດກວ້າງ​ຄະ​ນະ​ຜູ້​ແທນ​​ຂັ້ນ​ສູງ. ສອງ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ຂອງ​ສອງ​ປະ​ເທດ ເຊັ່ນ: ເສດ​ຖະ​ກິດ​ການ​ຄ້າ, ການ​ລົງ​ທຶນ, ວັດ​ທະ​ນະ​ທຳ​ແລະ​ອື່ນໆ, ພ້ອມ​ດ້ວຍ​ບັນ​ຫາ​​ຕ່າງໆ​ໃນ​ເຂດຕາ​ເວັນ​ອອກ​ກາງ, ລວມ​ທັງ​ສະ​ຖາ​ນະ​ການ​ຊີ​​ຣີ, ອີ​ຣັກ, ລີ​ບີ, ເຢ​ເມນ​ແລະອື່ນໆ.

ທ່ານ​ປູ​ຕິນ​ກ່າວ​ວ່າ, ນີ້​ແມ່ນ​ເຈົ້າ​ຊີ​ວິດອາ​ຣັບ​ບີ ຊາ​ອຸ​ດິດ​ຢ້ຽມ​ຢາມ​ຣັດ​ເຊຍ​ເທື່ອ​ທຳ​ອິດ, ມີ​ຄວາມ​ໝາຍ​ທີ່​ເປັນ​ນິ​ມິດ​ໝາຍ​ໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

ຂ່າວ​ແຈ້ງວ່າ, ສອງ​ປະ​ເທດ​ໄດ້​ເຊັນ​ເອ​ກະ​ສານ​ຮ່ວມ​ມື 14 ສະ​ບັບ, ກວມ​ເອົາ​ຂົງ​ເຂດ​ຕ່າງໆ ເຊັ່ນ: ອຸດ​ສາ​ຫະ​ກຳການ​ທະ​ຫານ, ນ້ຳ​ມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັ​ສ​ທຳ​ມະ​ຊາດ, ພະ​ລັງ​ງານ​ນິວ​ເຄຼຍ, ຄົມ​ມະ​ນາ​ຄົມ, ​ການ​ສື່​ສານ ກະ​ສິ​ກຳ ແລະ​ຂົງ​ເຂດ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ