ບໍ​ລິ​ສັດການ​ບິນ Air China ຈະ​ເພີ່ມຖ້ຽວ​ບິນປັກ​ກິ່ງ—ອິ​ສ​ລາ​ມາ​ບັດ—ຄາ​ລາ​ຊີ
2017-10-06 15:08:05  cri 
ຕາມ​ຂ່າວ​ສານ​ຊິ່ນ​ຮ​ວາ: ວັນ​ທີ 5 ຕຸ​ລາ​ນີ້, ບໍ​ລິ​ສັດການ​ບິນ​ສາ​ກົນ​ຈີນ​ຫຸ້ນ​ສ່ວນຈຳ​ກັດ​ ຫຼື Air China ​ຈັດ​ງານ​ໂຄ​ສະ​ນາ​ຢູ່​ນະ​ຄອນ​ຫຼວງອິ​ສ​ລາ​ມາ​ບັດ​ຂອງ​ປາ​ກີ​ສະ​ຖານ, ໂດຍ​ປະ​ກາດ​ວ່າ, ນັບ​ແຕ່​ວັນ​ທີ 29 ຕຸ​ລາ​ນີ້​ເປັນ​ຕົ້ນ​ໄປ, ບໍ​ລິ​ສັດ​ຕົນຈະ​ເພີ່ມ​ຖ້ຽວ​ບິນ​ຂອງ​ເສັ້ນ​ທາງ​ການ​ບິນປັກ​ກິ່ງ—ອິ​ສ​ລາ​ມາ​ບັດ—ຄາ​ລາ​ຊີ​, ຈາກ​ອາ​ທິດ​ລະ 4 ຖ້ຽວ​ໃນ​ປັດ​ຈຸ​ບັນ ເພີ່ມ​ຂຶ້ນ​​ເປັນ​ອາ​ທິດ​ລະ 7 ຖ້ຽວ. ການ​​ປັບ​ປຸງຖ້ຽວ​ບິນ​ເທື່ອ​ນີ້​ຈະ​​ເປັນ​ປະ​ໂຫຍດ​ໃນ​ການຮັບ​ໃຊ້​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງ​ໆ ເຊັ່ນ: ເສດ​ຖະ​ກິດ​ການ​ຄ້າ, ວັດ​ທະ​ນະ​ທຳ​ແລະອື່ນໆ.

ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ, ທ່ານ​ຈ້າວ​ລີ້​ຈ່ຽນ, ທີ່​ປຶກ​ສາ​ທູດຊັ້ນ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຖານ​ທູດຈີນ​ປະ​ຈຳ​ປາ​ກີ​ສະ​ຖານ​ຢືນ​ຢັນ​ວ່າ, ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ປາ​ກີ​ສະ​ຖານ​ກຳ​ລັງ​ຢູ່​ໃນ​ໄລ​ຍະ​ດີ​ທີ່​ສຸດ, ໂດຍ​ສະ​ເພາະ​ຫຼັງ​ຈາກ​ໄດ້​ສ້າງ​ແລວ​ທາງເສດ​ຖະ​ກິດ​ຈີນ-ປາ​ກີ​ສະ​ຖານ​ມາ​ນີ້, ການ​ພົວ​ພັນ​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ສອງ​ປະ​ເທດ ເຊັ່ນ: ການ​ເມືອງ, ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ແລະ​ວັດ​ທະ​ນະ​ທຳ​ເປັນ​ຕົ້ນ ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ເຊິ່ງ​ໄດ້​ສ້າງ​ໂອ​ກາດ​ໃຫ້​ແກ່​ການ​ຂະ​ຫຍາຍ​ທຸ​ລະ​ກິດ​ຢູ່​ປາ​ກີ​ສະ​ຖານ​ຂອງ​ບໍ​ລິ​ສັດ Air China.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ