ທີມຊາດແອັສປາຍໄດ້ສິດເຂົ້າຮ່ວມການແຂ່ງຂັນເຕະບານໂລກ
2017-10-07 16:37:32 cri
ໃນການແຂ່ງຂັນຮອບຄັດເລືອກ ກຸ່ມ G ເຂດເອີຣົບຂອງການແຂ່ງຂັນເຕະບານໂລກຣັດເຊຍ 2018 ທີ່ຈັດຂຶ້ນຢູ່ເມືອງອາລີເຄັນເຕປະເທດແອັສປາຍໃນວັນທີ 6 ຕຸລານີ້, ທີມຊາດແອັສປາຍທີ່ເປັນທີມເຈົ້າພາບໄດ້ຊະນະທີມຊາດອານບານີດ້ວຍ 3 ຕໍ່ 0, ຈາກນີ້, ທີມຊາດແອັສປາຍເປັນທີໜຶ່ງໃນກຸ່ມ G ດ້ວຍ 25 ຄະແນນ ແລະ ໄດ້ຮັບສິດເຂົ້າຮ່ວມການແຂ່ງຂັນເຕະບານໂລກ, ທັງເປັນເທື່ອທີ 11 ຢ່າງລຽນຕິດທີ່ທີມຊາດແອັສປາຍເຂົ້າຮອບແຂ່ງຂັນເຕະບານໂລກນັບແຕ່ປີ 1978 ເປັນຕົ້ນມາ.