ເກີດແຜ່ນດິນໄຫວຂະໜາດ 6 ລິກເຕີຢູ່ທະເລໃກ້ເມືອງຟູຄຸຊິມະຍີ່ປຸ່ນເກີດ
2017-10-07 14:25:41  cri 

ກົມອຸຕຸນິຍົມຍີ່ປຸ່ນເປີດເຜີຍວ່າ, ເວລາ 15 ໂມງວັນທີ 6 ຕຸລານີ້ຕາມເວລາວຽງຈັນ, ຢູ່ທະເລໃກ້ເມືອງຟູຄຸຊິມະຍີ່ປຸ່ນໄດ້ເກີດແຜ່ນດິນໄຫວວັດແຮງສັ່ນສະເທືອນໄດ້ 6 ລິກເຕີ ແຕ່ບໍ່ໄດ້ເກີດໄພຄື້ນຊຶນາມິ.

ກົມອຸຕຸນິຍົມຍີ່ປຸ່ນລາຍງານວ່າ, ໃຈກາງແຜນດິນໄຫວຢູ່ທະເລໃກ້ເມືອງຟູຄຸຊິມະ ຄື ເສັ້ນແວງຕາເວັນອອກ 144 ອົງສາ, ເສັ້ນຂະໜານເໜືອ 37.5 ອົງສາ ແລະ ມີຈຸດສູນກາງເລິກລົງໄປໃຕ້ພື້ນດິນປະມາດ 10 ກິໂລແມັດ.

ຍີ່ປຸ່ນຕັ້ງຢູ່ແຖບແຜ່ນດິນໄຫວອ້ອມປາຊີຟິກ ເຊິ່ງເປັນແຖບທີ່ເກີດແຜ່ນດິນໄຫວຫຼາຍທີ່ສຸດໃນໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ