ອາເມລິກາປະກາດຍົກເລີກການລົງໂທດດ້ານເສດຖະກິດຕໍ່ຊູດັນ
2017-10-07 16:48:47  cri 

ວັນທີ 6 ຕຸລານີ້, ກະຊວງການຕ່າງປະເທດອາເມລິກາປະກາດວ່າ, ເນື່ອງຈາກລັດຖະບານຊູດັນໄດ້ໃຊ້ມາດຕະການທີ່ຕັ້ງໜ້າຢ່າງຕໍ່ເນື່ອງໃນຫຼາຍດ້ານ, ອາເມລິກາຈິ່ງຕົກລົງຍົກເລີກການລົງໂທດດ້ານເສດຖະກິດຕໍ່ຊູດັນ.

ກະຊວງການຕ່າງປະເທດຊູດັນຖະແຫຼງໃນມື້ດຽວກັນວ່າ: "ລັດຖະບານຊູດັນຊົມເຊີຍຕໍ່ການຕົກລົງດັ່ງກ່າວຂອງກະຊວງການຕ່າງປະເທດອາເມລິກາ ແລະ ຖືວ່າເປັນເຫດການທີ່ດີແລະມີຄວາມໝາຍສຳຄັນໃນປະຫວັດສາດແຫ່ງການຂະຫຍາຍການພົວພັນລະຫວ່າງຊູດັນກັບອາເມລິກາ. ການຕົກລົງດັ່ງກ່າວກໍເປັນຜົນມາຈາກການເຈລະຈາຢ່າງກົງໄປກົງມາ, ໂປ່ງໃສແລະມີລັດສະນະສ້າງສັນລະຫວ່າງສອງປະເທດກ່ຽວກັບບັນຫາທີ່ສົນໃຈຮ່ວມກັນ."

ກະຊວງການຕ່າງປະເທດຊູດັນກ່າວຢ້ຳວ່າ, ລັດຖະບານຊູດັນຈະສືບຕໍ່ຮ່ວມມືກັບອາເມລິກາໃນບັນຫາສອງຝ່າຍ, ພາກພື້ນກໍຄືສາກົນທີ່ສອງຝ່າຍສົນໃຈຮ່ວມກັນ, ສຸມທຸກຄວາມພະຍາຍາມປົກປັກຮັກສາສັນຕິພາບແລະຄວາມໝັ້ນຄົງຂອງສາກົນ, ຕໍ່ຕ້ານລັດທິກໍ່ການຮ້າຍທຸກຮູບແບບ, ຊາວອົບພະຍົມທີ່ຜິດກົດໝາຍແລະການຄ້າຂາຍມະນຸດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ