ລີ​ບີ​ສົ່ງ​ຊາວ​ອົບ​ພະ​ຍົບ​ນີ​ເຊ​ຣີກັບ​ຄືນ​ປະ​ເທດ
2017-10-07 16:43:00  cri 
ຕາມ​ຂ່າວ​ສານ​ຊິ່ນ​ຮ​ວາ: ວັນ​ທີ 6 ຕຸ​ລາ​ນີ້, ຄະ​ນະຊ່ວຍ​ເຫຼືອລີ​ບີ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​​ຢືນ​ຢັນ​ວ່າ, ວັນ​ທີ 5 ຕຸ​ລາ​ນີ້, ​ເຈົ້າ​ໜ້າ​ທີ່​ກົມ​ກວດ​ກາ​ຄົນ​ເຂົ້າ​ເມືອງລີ​ບີ​ໄດ້​ສົ່ງ​ຊາວ​ອົບ​ພະ​ຍົບຜິດ​ກົດ​ໝາຍ​ສັນ​ຊາດນີ​ເຊ​ຣີ 138 ຄົນ​ກັບ​ຄືນ​ປະ​ເທດ.

ເຈົ້າ​ໜ້າ​ທີ່​ຜູ້​ໜຶ່ງ​ຂອງຄະ​ນະຊ່ວຍ​ເຫຼືອລີ​ບີ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດກ່າວ​​ວ່າ, ຢູ່​ນະ​ຄອນ​ຫຼວງ​ຕ​ຣີ​ໂປ​ລີ​ຂອງລີ​ບີ, ຊາວ​ອົບ​ພະ​ຍົບ​ເຫຼົ່າ​ນີ້​ສະ​ໝັກ​ໃຈ​ກັບຄືນ​ປະ​ເທດ ​ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ອົງ​ການ​ຊາວ​ອົບ​ພະ​ຍົບ​ສາ​ກົນ. ​ກ່ອນ​ໜ້າ​ນີ້, ໃນ​ຊາວ​ອົບ​ພະ​ຍົບ 138 ຄົນ​ດັ່ງ​ກ່າວ ມີ 70 ຄົນ​ໄດ້​ຖືກ​ຈັດ​​ວາງໃຫ້​ພັກ​ຢູ່​ສູນ​ອົບ​ພະ​ຍົບ​ຜິດ​ກົດ​ໝາຍ​ທີ່ນະ​ຄອນ​ຕ​ຣີ​ໂປ​ລີ.

ນັບ​ແຕ່​ປີ 2011 ເປັນ​ຕົ້ນ​ມາ, ສະ​ຖາ​ນະ​ການ​ລີ​ບີ​ນັບ​ມື້​ນັບ​ຊຸດ​ໂຊມ​ລົງ, ລັດ​ຖະ​ບານ​ບໍ່​ສາ​ມາດ​ປົກ​ຄອງ​​ຝັ່ງ​ທະ​ເລ​ທີ່​ເປັນ​ເຂດຊາຍ​ແດນ​ຢ່າງ​ບັງ​ເກີດ​ຜົນ. ຊາ​ວ​ອົບ​ພະ​ຍົບຜິດ​ກົດ​ໝາຍ​ຈຳ​ນວນ​ໜຶ່ງ​ພາ​ກັນ​ຖື​ລີ​ບີ​ເປັນ​ທາງ​ຜ່ານ, ເພື່ອ​ຂ້າມ​ທະ​ເລເມ​ດີ​ເຕ​ລະ​ເນລັກ​ໄປ​ເອີ​ລົບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ