ທົ່ວ​ປະ​ເທດ​ຈີນຂົນ​ສົ່ງຜູ້​ໂດຍ​ສານ​ທາງ​ລົດ​ໄຟ​ຫຼາຍກວ່າ 100 ລ້ານເທື່ອ​ຄົນ​ໃນ​ໄລ​ຍະ​ພັກ​ວັນ​ຊາດ
2017-10-07 17:15:49  cri 
ຕາມ​ຂ່າວ​ສານ​ຊິ່ນ​ຮ​ວາ: ບໍ​ລິ​ສັດ​ທາງ​ລົດ​ໄຟ​ຈີນ​ເປີດ​ເຜີຍ​ວ່າ, ນັບ​ແຕ່​​ເລີ່ມ​ຕົ້ນ​ການ​ຂົນ​ສົ່ງ​ໂດຍ​ສານ​ສະ​ເພາະໄລ​ຍະ​ພັກ​ວັນ​ຊາດ​​​ແຕ່ວັນ​ທີ 28 ກັນ​ຍາ​​ແລ້ວ​ນີ້​ເປັນ​ຕົ້ນ​ມາ, ທາງ​ລົດ​ໄຟ​ທົ່ວ​ປະ​ເທດຈີນໄດ້​ຂົນ​ສົ່ງຜູ້​ໂດຍ​ສານ 105 ​ລ້ານເທື່ອ​ຄົນ, ການ​ຂົນ​ສົ່ງ​ດຳ​ເນີນ​ໄປ​ຢ່າງ​ເປັນ​ລະ​ບຽບ.

ວັນ​ທີ 6 ຕຸ​ລາ​ນີ້, ທາງ​ລົດ​ໄຟ​ທົ່ວ​ປະ​ເທດ​ຈີນ​ຂົນ​ສົ່ງ​ຜູ້​ໂດຍ​ສານ 12 ລ້ານ 3 ແສນ 6 ໝື່ນ 8 ພັນເທື່ອ​ຄົນ, ຫຼາຍກວ່າ​ມື້​ດຽວ​ກັນ​ໃນ​ປີ​ຜ່ານ​ມາ 9 ແສນ 7 ໝື່ນ 4 ພັນ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 8,6%, ແລະ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຫຼາຍກວ່າ 10 ລ້ານ​ເທື່ອ​ຄົນ​ໃນ 7 ມື້​ລຽນ​ຕິດ.

ວັນ​ທີ 7 ຕຸ​ລາ​ນີ້, ​ເປັນ​ມື້​ທີ່​ມີຜູ້​ໂດຍ​ສານ​ທາງ​ລົດ​ໄຟ​ຂາ​ກັບ​ຫຼາຍ​ທີ່​ສຸດ, ຄາດ​ວ່າ, ຈະ​ຂົນ​ສົ່ງຜູ້​ໂດຍ​ສານ 13 ລ້ານ 6 ແສນ 1 ໝື່ນ​ເທື່ອ​ຄົນ. ​ຈາກ​ນີ້,​ ພາກ​ສ່ວນ​ທາງ​ລົດ​ໄຟ, ຈະ​ເພີ່ມ​​ຂະ​ບວນລົດ​ໄຟ​ໂດຍ​ສານ 911 ຂະ​ບວນ, ​ເພື່ອພະ​ຍາ​ຍາມ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໃນ​ການ​ອອກ​ເດີນ​ທາງ​ຂອງ​ຜູ້​ໂດຍ​ສານ​ເປັນ​ຢ່າງ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ