ເຢຍ​ລະ​ມັນ​ຈັດ​ງານ​ວາງ​ສະ​ແດງອາ​ຫານ​ສາ​ກົນ
2017-10-08 15:26:16  cri 
ງານ​ວາງ​ສະ​ແດງ​ອາ​ຫານ​ສາ​ກົນ​ໂຄນ ເຊິ່ງ​ເປັນ​ງານ​ວາງ​ສະ​ແດງອາ​ຫານ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ​ໂລກ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 7 ຕຸ​ລາ​ນີ້​ຢູ່​ສູນ​ປະ​ຊຸມ​ແລະ​ວາງ​ສະ​ແດງ​ເມືອງ​ໂຄນ​ປະ​ເທດ​ເຢຍ​ລະ​ມັນດ້ວຍ​ຄຳ​ຂວັນ "​ຊິມລົດ​​​ຊາດອະ​ນາ​ຄົດ" ເພື່ອ​ສ້າງທ່າ​ອ່ຽງ​ໃໝ່​ຂອງ​ຂະ​ແໜງ​ການດັ່ງ​ກ່າວ.

​ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ປະ​ກອບ​ 10 ເຂດ​ວາງ​ສະ​ແດງ​ສະ​ເພາະ ເຊິ່ງ​ໄດ້​ດຶງ​ດູດ 7400 ກວ່າ​ບໍ​ລິ​ສັດ​ຈາກ 107 ປະ​ເທດ​ແລະ​ເຂດ​ແຄວ້ນ​ມາ​ເຂົ້າ​ຮ່ວມ​.

ຕາມ​ຝ່າຍ​ເຈົ້າ​ພາບ​ຈັດ​ງານ​ເປີດ​ເຜີຍ​ວ່າ: ມີ​ບໍ​ລິ​ສັດ​ແຜ່ນ​ດິນ​ໃຫຍ່​ຈີນ​ເກືອບ 600 ແຫ່ງ​ໄດ້​ນຳ​ເອົາ​ຜະ​ລິດ​ຕະ​ພັນ​ຂອງ​ຕົນ​ມາ​ວາງ​ສະ​ແດງ​ໃນ​ງານ​ປີ​ນີ້ ແລະ​ຕົ້ນ​ຕໍ​ປະ​ກອບ​ມີ​ເຂົ້າ, ເຄື່ອງ​ປຸງ​​ແຕ່ງ​ອາ​ຫານ,ອາ​ຫານ​ປະ​ເພດ​ແປ້ງ, ຊາ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ