ກອງປະຊຸມເວທີປຶກສາຫາລືເອີຣົບເສັ້ນທາງຈີນຄັ້ງທີ 4 ຈັດຂຶ້ນຢູ່ແອສປາຍ
2017-10-08 14:37:49  cri 

ວັນທີ 6 ຕຸລານີ້, ກອງປະຊຸມເວທີປຶກສາຫາລືເອີຣົບເສັ້ນທາງຈີນກໍຄືການຮ່ວມມືລະຫວ່າງຈີນ-ເອີຣົບພາຍໃຕ້ຂໍ້ລິເລີ່ມ "ໜຶ່ງແລວທາງໜຶ່ງເສັ້ນທາງ" ທີ່ສະຖາບັນວິທະຍາສາດສັງຄົມຈີນແລະສະຖາບັນຄົ້ນຄ້ວາການພົວພັນສາກົນກາລິຊຽນແອສປາຍຮ່ວມກັນເປັນເຈົ້າພາບນັ້ນໄດ້ຈັດຂຶ້ນຢູ່ເມືອງຊັນຕິອາໂກ ເດ ກອມໂປສເຕລາທີ່ເປັນເມືອງວັດທະນະທຳທີ່ມີຊື່ສຽງ​ຂອງແອສປາຍ, ຊ່ຽວຊານ, ນັກວິຊາການທີ່ມາຈາກສະມາຄົມຜູ້ຊົງຄຸນວຸດທິແລະສະຖາບັນຄົ້ນຄວ້າຈາກຈີນ-ແອສປາຍພ້ອມດ້ວຍເຈົ້າໜ້າທີ່ລັດຖະບານທັງໝົດ 100 ກວ່າທ່ານໄດ້ເຂົ້າຮ່ວມ.

ໃນກອງປະຊຸມເວທີປຶກສາຫາລືຄັ້ງນີ້, ໄດ້ປຶກສາຫາລືແລະແລກປ່ຽນຄວາມຄິດເຫັນຢ່າງກ້ວາງຂວາງກ່ຽວກັບ ເສັ້ນທາງຈີນ, ໜຶ່ງແລວທາງໜຶ່ງເສັ້ນທາງ, ການຮ່ວມມືລະຫວ່າງຈີນ-ເອີຣັບ, ປະຊາຄົມຮ່ວມຊາຕາກຳມວນ​ມະ​ນຸດແລະຫົວຂໍ້ອື່ນໆ.

ກອງປະຊຸມເວທີປຶກສາຫາລືເອີຣົບເສັ້ນທາງຈີນສ້າງຕັ້ງຂຶ້ນໃນປີ 2014, ປີນີ້ແມ່ນຄັ້ງທີ 4 ແລະມີຈຸດປະສົງເພື່ອເພີ່ມທະວີການແລກປ່ຽນວິຊາການລະຫວ່າງຈີນ-ເອີຣົບ, ເພີ່ມທະວີຄວາມເຂົ້າໃຈຂອງສັງຄົມເອີຣົບທີ່ມີຕໍ່ຈີນ ແລະ ຊຸກຍູ້ການຮ່ວມມືມິດຕະພາບລະຫວ່າງສອງຝ່າຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ