ຕວກກີດຳເນີນການເຄື່ອນໄຫວທາງການທະຫານຮອບໃໝ່ຢູ່ຊີຣີ
2017-10-08 14:55:44  cri 

ທ່ານເອໂດກັນ ປະທານາທິບໍດີຕວກກີປະກາດໃນວັນທີ 7 ຕຸລານີ້ວ່າ, ຕວກກີໄດ້ດຳເນີນການເຄື່ອນໄຫວທາງການທະຫານຮອບໃໝ່ຢູ່ແຂວງອິດເລັບທາງພາກຕາເວັນຕົກສຽງເໜືອຕວກກີ.

ທ່ານເອໂດກັນກ່າວໃນກອງປະຊຸມພາຍໃນພັກກຳອຳນາດຄືພັກຄວາມເປັນທຳແລະພັດທະນາຫຼື AKPໃນວັນທີ 7 ຕຸລານີ້ວ່າ, "ກອງທັບອິດສະຫຼະເສລີຊີຣີ" ທີ່ຕວກກີສະໜັບສະໜູນໄດ້ປະຕິບັດການເຄື່ອນໄຫວເທື່ອນີ້ຢູ່ແຂວງອິດເລັບ, ປັດຈຸບັດ ກອງທັບຕວກກີສະໜັບສະໜູນກອງທັບອິດສະຫຼະເສລີຊີຣີຢູ່ພາຍໃນປະເທດ ແລະ ກອງທັບຣັດເຊຍໃຫ້ ການສະໜັບສະໜູນທາງອາກາດ.

ທ່ານເອໂດກັນກ່າວວ່າ, ການເຄື່ອນໄຫວເທື່ອນີ້ເພື່ອຮັກສາຄວາມປອດໄພຂອງປະຊາຊົນທ້ອງຖິ່ນ, ປ້ອງກັນບໍ່ໃຫ້ມີລັດທິກໍ່ການຮ້າຍຢູ່ເຂດຊາຍແດນຕວກກີ-ຊີຣີ.

ຂະນະທີ່ທົ່ວສັງຄົມໃນປະເທດຕວກກີເຫັນວ່າ, ການເຄື່ອນໄຫວດັ່ງກ່າວແມ່ນມາດຕະການຕົວຈິງທີ່ໃຊ້ເພື່ອຜັນຂະຫຍາຍຜົນການເຈລະຈາອະສຕານາຮອບໃໝ່ ແລະ ສ້າງເຂດຜ່ອນຄາຍການປະທະກັນຢູ່ຊີຣີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ