ສົບ​ຂອງ​ຜູ້​ເສຍ​ຊີ​ວິດ​ຈາກ​ເຫດ​ເຮືອ​ປະ​ມົງ​ຈີນ​ຫຼົ້ມໄດ້​ຖືກ​ສົ່ງ​ກັບ​ຄືນ​ປະ​ເທດ​ແລ້ວ
2017-10-08 16:53:43  cri 
ສະ​ຖານ​ກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳ​ໂອ​ຊາກາ​ປະ​ເທດ​ຍີ່​ປຸ່ນ​ໃຫ້​ຮູ້​ວ່າ: ຕອນ​ເຊົ້າ​ວັນ​ທີ 7 ຕຸ​ລາ​ນີ້, ເຮືອ​ປະ​ມົງ​ສັນ​ຊາດ​ຈີນ​ອີກ​ລຳ​ໜຶ່ງ​ທີ່​ໄດ້​ບັນ​ທຸກ​ສົບ​ຂອງ​ຜູ້​ເສຍ​ຊີ​ວິດ​​ແລະ​ຜູ້​ລອດ​ຊີ​ວິດຈາກເຫດເຮືອ​ປະ​ມົງ "ຫຼູ​ໂຢງຢວນ​ຢູ"​ 378 ຂອງ​ຈີນ​ຫຼົ້ມ​ທີ່​ເຂດ​ທະ​ເລ​ສາ​ກົນ​ໃກ້​ຍີ່​ປຸ່ນ​ນັ້ນ​ໄດ້​ເດີນ​ທາງ​ກັບ​ຄືນ​ປະ​ເທດ​ແລ້ວ.

ຂ່າວ​ແຈ້ງວ່າ: ໜ່ວຍ​ງານ​ຄົ້ນ​ຫາ​ໄດ້​​ພົບ​ສົບ​ລູກ​ເຮືອ​ທີ່​ຫາຍ​ສາບ​ສູນ​ຈາກເຫດດັ່ງ​ກ່າວ​​ 12 ຄົນ​ໄດ້ໝົດ​ແລ້ວ​ໃນ​ຕອນ​ບ່າຍ​ວັນ​ທີ 6 ຕຸ​ລາ​ນີ້.

ປັ​ດ​ຈຸ​ບັນ,ເຮືອ​ລາດ​ຕະ​ເວນ​ຂອງ​ຍີ່​ປຸ່ນ​ໄດ້​ສິ້ນ​ສຸດ​​ການ​ຄົ້ນ​ຫາ​ແລະ​ຊ່ວຍ​ເຫຼືອ​,ແລ້ວເດີນ​ທາງ​ກັບ​ຄືນປະ​ເທດ​ ສ່ວນໜ່ວຍ​ງານ​ຄົ້ນ​ຫາ​ແລະ​ຊ່ວຍ​ເຫຼືອ​ຂອງ​​ຝ່າຍ​ຈີນ​ກໍ​ໄດ້​ກັບ​ຄືນ​ປະ​ເທດຕົນເຊັ່ນ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ