ທະ​ຫານ​ລັດ​ຖະ​ບານ​ຊີ​ຣີ​ສາ​ມາດ​ຢຶດນະ​ຄອນ​ມາ​ຢາ​​ດິນ​ໄດ້ ເຊິ່ງ​ເປັນ​ຈຸທີ່​ຕັ້ງ​ສຳ​ຄັນ​ຂອງ​ກຸ່ມ ISIS ​
2017-10-08 16:32:45  cri 
ຕາມ​ຂ່າວ​ສານ​ຊິ່ນ​ຮ​ວາ: ວັນ​ທີ 7 ຕຸ​ລາ​ນີ້, ທະ​ຫານ​ລັດ​ຖະ​ບານ​ຊີ​ຣີໄດ້​​ຢຶດ ສ່ວນ​ໜຶ່ງ​ຂອງ​ນະ​ຄອນ​ມາ​ຢາ​ດິນ​ແຂວງ​ເດວ​ໂຊ​ເຊິ່ງ​ເປັນ​ທີ່​ຕັ້ງ​ຂອງ​ອົງ​ການ ISIS ​ຄືນໄດ້.

ຂ່າວ​ສານ​ຊີ​ຣີ​ແຈ້ງ​ວ່າ, ວັນ​ທີ 6 ຕຸ​ລາ​ນີ້, ທະ​ຫານ​ລັດ​ຖະ​ບານ​ຊີ​ຣີໄດ້​ເລີ່ມ​ບຸກ​ໂຈມ​ຕີກຸ່ມ ISIS ​​ຮອດ​ຊານ​ເມືອງ​ພາກ​ຕາ​ເວັນ​ຕົກ​ນະ​ຄອນ​ມາ​ຢາ​ດິນ. ພາຍ​ຫຼັງ​ໄດ້​ສູ້​ຮົບ​ຢ່າງ​ດຸ​ເດືອດ​ແລ້ວ, ວັນ​ທີ 7 ຕຸ​ລາ​ນີ້, ທະ​ຫານ​ລັດ​ຖະ​ບານ​ສາ​ມາດ​ຢຶດ​ໄດ້​ເຂດ​ສ່ວນ​ໃຫຍ່​ ເຊິ່ງ​ລວມ​ທັງ ປ້ອມ, ຄ້າຍ​ທະ​ຫານ ແລະ​ອື່ນໆ, ແລະ​ໄດ້​ທຳ​ລາຍ​ລົດ​ຫຼາຍ​ຄັນ​ຂອງ​ອົງ​ການ​​ດັ່ງ​ກ່າວ​ທີ່​ໃຊ້​ສຳ​ລັບການ​ໂຈມ​ຕີ​ດ້ວຍ​ລະ​ເບີດ.

ປັດ​ຈຸ​ບັນ, ທະ​ຫານ​ລັດ​ຖະ​ບານ​ຊີ​​ຣີ​ກຳ​ລັງ​ສືບ​ຕໍ່​ຢຶດ​ເຂດ​ອື່ນໆ​ຂອງ​ແຂວງ​ເດວ​ໂຊ​ທີ່​ຖືກ​ກຸ່ມ ISIS ຄວບ​ຄຸມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ