ຈີນເລີ່ມສຳ​ຫຼວດ​ວິ​ທະ​ຍາ​ສາດ​ສັງ​ລວມ​ທາງ​ທະ​ເລ​ໂລກ​ຄັ້ງ​ທຳ​ອິດ​ຢູ່​ມະ​ຫາ​ສະ​ໝຸດ​ອັດ​ລັງ​ຕິກ
2017-10-09 11:28:49  cri 
ວັນ​ທີ 8 ຕຸ​ລາ​ນີ້, ກຳ​ປັ່ນ​ "ຊ້ຽງ​ຢາງ​ໂຫງ" 01 ຂອງ​ຈີນທີ່​ພວມ​ປະ​ຕິ​ບັດ​ໜ້າ​ທີ່ສຳ​ຫຼວດ​ວິ​ທະ​ຍາ​ສາດ​ສັງ​ລວມ​ທາງ​ທະ​ເລ​ໂລກ​ຄັ້ງ​ທຳ​ອິດໄດ້​ອອກ​ເດີນ​ທາງຈາກ​ທ່າ​ກຳ​ປັ່ນຄັບ​ທອນປະ​ເທດ​ອາ​ຟ​ຣິ​ກາ​ໃຕ້​ແລ້ວ​ມຸ່ງ​ໜ້າ​ໄປ​ສູ່​ການປະ​ຕິ​ບັດ​ໜ້າ​ທີ່​ຢູ່ມະ​ຫາ​ສະ​ໝຸດ​ອັດ​ລັງ​ຕິກ.

ໃນ​ໄລ​ຍະ​ການ​ເດີນ​ເຮືອ​ທຳ​ອິດ​ໄດ້​ສຳ​ເລັດ​ໜ້າ​ທີ່​ສຳ​ຫຼວດ​ວິ​ທະ​ຍາ​ສາດ​ໂລກ​ຢ່າງ​ຈົບ​ງາມ ໂດຍພະ​ນັກ​ງານ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ໄດ້​ເຮັດ​ວຽກ​ກວດ​ກາ​ຢູ່​ເຂດ​ທີ່​ໂຮມ​​ດິນ​ມີ​ໜ້ອຍ​ຫຼາຍ​ໃຕ້ມະ​ຫາ​ສະ​ໝຸດອິນ​ເດຍ​ກາງ​. ຂະ​ນະ​ດຽວ​ກັນ​ກໍ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດ​ສັງ​ລວມ​ສະ​ພາບ​ແວດ​ລ້ອມ,ດິນ​ຟ້າ​ອາ​ກາດ​ແລະ​ອື່ນໆ. ນອກ​ນີ້, ຍັງຈະ​ຄົ້ນ​ຄວ້າ​ເຂດ​ໃຈ​ກາງ​ທີ່ໂຮມ​ຊັບ​ພະ​ຍາ​ກອນ​ດິນ​ທີ່​ມີ​ໜ້ອຍ​ໃນເນື້ອ​ທີ່​ປະ​ມານ 1 ແສນ 5 ໝື່ນ​ກິ​ໂລ​ຕາ​ແມັດ.

ການ​ສຳ​ຫຼວດ​ວິ​ທະ​ຍາ​ສາດ​ສັງ​ລວມ​ທາງ​ທະ​ເລ​ໂລກ​ຄັ້ງ​ທຳ​ອິດ​ຂອງ​ຈີນ​ແມ່ນ​ການ​ສຳ​ຫຼວດ​ວິ​ທະ​ຍາ​ສາດ​ສັງ​ລວມ​ທາງ​ທະ​ເລ​ໂລກ​ທີ່​ປະ​ສົມ​ປະ​ສານ​ການ​ສຳ​ຫຼວດ​ວິ​ທະ​ຍາສາດ​ມະ​ຫາ​ສະ​ໝຸດ​ກັບ​ການ​ສຳ​ຫຼວດ​ວິ​ທະ​ຍາ​ສາດ​ເຂດ​ຂົ້ວ​ໂລກ​ຄັ້ງ​ທຳ​ອິດ​. ກຳ​ປັ່ນ "ຊ້ຽງ​ຢາງ​ໂຫງ 01" ທີ່​ໄດ້​ອອກ​ເດີນ​ທາງ​ຈາກ​ເມືອງ​ຊິ່ງ​ຕາວ​ແຂວງ​ຊ່ານ​ຕຸ່ງ​ໃນ​ວັນ​ທີ 28 ສິງ​ຫາ​ປີ​ນີ້​​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ດັ່ງ​ກ່າວ​ຄັ້ງ​ທຳ​ອິດ ແລະຄາດ​ວ່າ​ຈະ​ເດີນ​ທາງ​ກັບ​ຄືນ​ເມືອງ​ຊິ່ງ​ຕາວ​ໃນ​ວັນ​ທີ 15 ພຶດ​ສະ​ພາ​ປີ 2018.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ