ທ້າຍ​ເດືອນ​ກັນ​ຍາປີ​ນີ້ ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ 17 ຕື້​ໂດ​ລາ​ສະ​ຫະ​ລັດ
2017-10-10 11:27:09  cri 
ທະ​ນາ​ຄານ​ປະ​ຊາ​ຊົນ​ຈີນ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ໃນ​ວັນ​ທີ 9 ຕຸ​ລາ​ນີ້ ​ວ່າ​: ໃນ​ທ້າຍ​ເດືອນ​ກັນ​ຍາ​ຜ່ານ​ມາ, ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ມີ​ເຖິງ 3108 ຕື້ 500 ລ້ານ​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 0,5% ເມື່ອ​ທຽບ​ໃສ່​ເດືອນ​ສິງ​ຫາ​ທີ່​ຜ່ານ​ມາ​ຄືເພີ່ມ​ຂຶ້ນ 17 ຕື້​ໂດ​ລາ​ສະ​ຫະ​ລັດ ເຊິ່​ງ​ເປັນ​ໄລ​ຍະ​ທີ່​ມີ​ການ​ເຕີບ​ໂຕ​ຕິດ​ຕໍ່​ກັນ​ຍາວ​ທີ່​ສຸດ​ນັບ​ແຕ່​ເດືອນ​ມິ​ຖຸ​ນາ​ປີ 2014 ເປັນ​ຕົ້ນ​ມາ. ເຫັນ​ໄດ້​ຈາກ 3 ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້, ຫຼັງ​ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ໃນ​ເດືອນ​ມັງ​ກອນ​ປີ​ນີ້​ໄ​ດ້​ຫຼຸດ​ລົງ​ເຖິງ​ຈຳ​ນວນ​ໜ້ອຍ​ທີ່​ສຸ​ດ​ແລ້ວ​ໄດ້​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ, ແລະມາ​ຮອດ​ທ້າຍ​ເດືອນ​ກັນ​ຍາ​ປີ​ນີ້​ໄດ້​ບັນ​ລຸ​ການ​ເຕີບ​ໂຕ 8 ເດືອນ​ຕິດ​ຕໍ່​ກັນ.

ເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ​ຂອງ​ອົງ​ການຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ຈີນ​ກ່າວ​ວ່າ:​ ເລີ່ມແຕ່​ປີ​ນີ້​ເປັນ​ຕົ້ນ​ມາ, ສະ​ພາບ​ເສດ​ຖະ​ກິດ​ແລະ​ການ​ທະ​ນາ​ຄານ​ຂອງ​ຈີນ​ໄດ້​ພັດ​ທະ​ນາ​ໄປ​ໃນ​ທາງ​ທີ່​​ດີ​ແລະ​ໝັ້ນ​ທ່ຽງ,ເຊິ່ງໄດ້​ສະ​ໜອງ​ການ​ຄ້ຳ​ປະ​ກັນ​ໂດຍ​ພື້ນ​ຖານ​ໃຫ້​ແກ່​ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ເພີ່ມ​ຂຶ້ນ​ຕິ​ດ​ຕໍ່​ກັນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ